ຍົກສູງຄຸນນະພາບການ ເຄື່ອນໄຫວຕິດຕາມ ກວດກາຂອງສະພາ ແຫ່ງຊາດ Dinh Thieu -   ວັນພະຫັດ ທີ 8 ສິງຫາ ຄ.ສ. 2013 | 17:45:07 (ພາບ: baohaiquan.vn) (vovworld)- ຕອນເຊົ້າວັນທີ 8/8, ຢູ່ນະຄອນດ່ານັງ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບ 10 ປີແຫ່ງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ຕາມກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2003. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮິງຫງອກເຊີນ ຮອງປະທານສະພາແຫ່ງຊາດໄດ້ຕີລາຄາວ່າ, ຜ່ານການຜັນຂະຫຍາຍກົດໝາຍມາເປັນເວລາ 10 ປີ, ຕໍ່ໜ້າບັນດາການປ່ຽນແປງ, ຄວາມຮຽກຮ້ອງຕົວຈິງ, ຕອບສະໜອງສະພາບການໃໝ່, ເຖິງເວລາແລ້ວທີ່ຈະຕ້ອງການສະຫລຸບຕີລາຄາຢ່າງຮອບດ້ານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2003. ຈາກນັ້ນຈະມີພື້ນຖານເພື່ອສ້າງລະບົບກົດໝາຍສຳເລັດ, ຮັບປະກັນໃຫ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດໃຫ້ບັນລຸປະສິດທິຜົນສູງກ່ວາ: “ຂ້າພະເຈົ້າສະເໜີໃຫ້ສຸມໃສ່ປຶກສາຫາລື ໃຫ້ຄຳເຫັນກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ. ບັນດາຂໍ້ສະເໜີ, ຕີລາຄາຕ້ອງເລີ່ມຈາກຕົວຈິງພາວະວິໄສໃນການເຄື່ອນໄຫວຕິດຕາມກວດກາ, ພ້ອມທັງຕິດພັນກັບຄວາມຮຽກຮ້ອງທີ່ວາງອອກໃນການປ່ຽນໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ ກໍ່ຄືຄວາມຮຽກຮ້ອງພາວະວິໄສຂອງຊີວິດ ແລະ ສະພາບຕົວຈິງຂອງປະເທດຊາດ “. Dinh Thieu Tag ຄິດຕາມກວດກາ ຂ່າວ/ບົດອື່ນ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດທີ່ດີງາມ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຕ່າງປະເທດທີ່ພວມລົງທຶນຢູ່ ຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ: ໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024
ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດທີ່ດີງາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຕ່າງປະເທດທີ່ພວມລົງທຶນຢູ່ ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ: ໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ