ຍົກສູງຄວາມສາມາດແກ່ງແຍ້ງຂອງທ່ອງທ່ຽວຫວຽດນາມໃນໄລຍະໃໝ່
ກອງປະຊຸມສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວຫວຽດນາມ ໃນໄລຍະໃໝ່
(ພາບ: ອິນເຕີແນດ)
(vovworld) - ກອງປະຊຸມສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວຫວຽດນາມ ໃນໄລຍະໃໝ່ ດຳເນີນໃນຕອນເຊົ້າວັນທີ 7/7 ຢູ່ຮ່າໂນ້ຍ, ກອງປະຊຸມສຳມະນາຄັ້ງນີ້ ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການດຳເນີນງານ ພາຍຫຼັງທີ່ລັດຖະບານປະກາດໃຊ້ມະຕິກ່ຽວກັບການຍົກເວັ້ນວີຊາ ໃຫ້ ເບລາຣູດ ແລະ 5 ປະເທດເອີລົບຕາເວັນຕົກ; ປຶກສາຫາລືກ່ຽວກັບຂັ້ນຕອນປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການທ່ອງທ່ຽວ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຊຸດທີ 14 ພິຈາລະນາ, ຮັບຮອງເອົາໃນເດືອນ 10/2016. ກອງປະຊຸມສຳມະນາ ກໍ່ກຳນົດທິດທາງຜັນຂະຫຍາຍການຈັດຕັ້ງ ແລະ ການເຄື່ອນໄຫວເມື່ອລັດຖະບານສ້າງຕັ້ງກອງທຶນໜູນຊ່ວຍພັດທະນາການທ່ອງທ່ຽວໃນປີນີ້; ພິເສດແມ່ນປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບໜ້າທີ່, ມາດຕະການຮີບດ່ວນ ເພື່ອຍົກສູງຄວາມສາມາດແກ່ງແຍ້ງຂອງທ່ອງທ່ຽວຫວຽດນາມ ແລະ ເພີ່ມທະວີວຽກງານຄຸ້ມຄອງສະພາບແວດລ້ອມແຫ່ງການທ່ອງທ່ຽວ.