ຍົກສູງນຳ້ໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈະປະກອບສ່ວນຊຸກຍູ້ ການຮ່ວມມືໃນພາກພື້ນ
(ທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama)
(vovworld) – ຍົກສູງນຳ້ໃຈມິດຕະພາບຫວຽດນາມ - ຍີ່ປຸ່ນ ຈະປະກອບສ່ວນຊຸກຍູ້ການຮ່ວມມືໃນພາກພື້ນ. ທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ໄດ້ຢັ້ງຢືນຄືດັ່ງກ່າວໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະເຫຼີມ ສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ. ທ່ານ Yukio Hatoyama ເນັ້ນໜັກວ່າ ທັງສອງປະເທດມີບົດບາດສຳຄັນໃນອາຊີຕາເວັນອອກສ່ຽງໃຕ້ ແລະ ມີຫຼາຍຂົງເຂດສາມາດຮ່ວມມືນຳກັນໄດ້ຄື: ພະລັງງານ, ສິ່ງແວດລ້ອມ.... ສິ່ງສຳຄັນແມ່ນທັງສອງປະເທດຄວນຍົກອອກບັນດາໂຄງການຮ່ວມມືຢ່າງລະອຽດ ແລະ ສົ່ງເສີມການຜັນຂະຫຍາຍບັນດາໂຄງການນັ້ນ.
“ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນບໍ່ພຽງແຕ່ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນການພົວພັນລະຫວ່າງສອງປະເທດເພື່ອນມິດນຳກັນ. ປະຊາຊົນສອງປະເທດມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ. ຂ້າພະເຈົ້າຄິດວ່າ, ຫວຽດນາມ ແມ່ນປະເທດທີ່ຍີ່ປຸ່ນໄວ້ເນື້ອເຊື່ອໃຈທີ່ສຸດ. ມີຫຼາຍເຫດການໄດ້ຮັບການຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ, ຜ່ານນັ້ນເຮັດໃຫ້ປະຊາຊົນສອງປະເທດຍິ່ງມີຄວາມເຂົ້າໃຈກັນກວ່າ“.
ຕາມ ທ່ານ Yukio Hatoyama ແລ້ວ ການສ້າງສາຍພົວພັນໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງການນຳສອງປະເທດ ແມ່ນສິ່ງທີ່ມີຄ່າສຳລັບຍີ່ປຸ່ນ. ທ່ານຖືວ່າ, ຄວາມຈຳເປັນໃຫ້ແກ່ການພັດທະນາຂອງຫວຽດນາມ ໃນປະຈຸບັນ ແມ່ນບຳລຸງສ້າງນັກເຕັກນິກໜຸ່ມ ຊຳນານງານໃຫ້ຫຼາຍ. ເພື່ອເຮັດສິ່ງດັ່ງກ່າວໃຫ້ໄດ້, ຫວຽດນາມຄວນນຳໃຊ້ຮູບແບບໂຮງຮຽນບຳລຸງສ້າງວິຊາສະເພາະຄືຂອງຍີ່ປຸ່ນ.