ກອງປະຊຸມສະໄຫມສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ 13
|
(vovworld)-ຕອນບ່າຍວັນທີ 21/10, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ. ນີ້ແມ່ນຮ່າງກົດໝາຍໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ບັນດາສະມາຊິກສະພາແຫ່ງຊາດ, ພິເສດແມ່ນບັນດາເນື້ອໃນຄື: ຕິດຕາມກວດກາເອກະສານນິຕິກຳຫລືຕິດຕາມກວດກາເອກະສານ, ການຊັກຖາມ ແລະ ພິຈາລະນາການຕອບຄຳຊັກຖາມ, ລົງຄະແນນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈ. ທ່ານ ຮີ່ງເຫງ້ຍ, ສສຊ ນະຄອນ ດາຫນັງ ປະກອບຄຳເຫັນວ່າ:
“ເພື່ອຍົກສູງປະສິດທິຜົນການຕິດຕາມກວດກາ, ຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງຜູ້ມີສິດເລືອກຕັ້ງ ຂ້າພະເຈົ້າສະເຫນີບັນດາຜູ້ຖືກຊັກຖາມ ບໍ່ໄດ້ມອບສິດໃຫ້ຜູ້ອື່ນຕອບຄຳຊັກຖາມ. ສສຊ, ສະມາຊິກສະພາປະຊາຊົນ ຊັກຖາມຜູ້ໃດ, ຜູ້ນັ້ນ ຕ້ອງຕອບຄຳຊັກຖາມໂດຍກົງ. ຜ່ານນັ້ນ ຊອກຫາບັນດາມາດຕະການດີສຸດ ເພື່ອບໍລິຫານປະເທດຊາດ, ຂະແຫນງ, ທ້ອງຖິ່ນຂອງຕົນໃຫ້ພັດທະນາດີກວ່າ.”