ຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນອຸປະຖຳ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ
(ກອງປະຊຸມຊຸກຍູ້ການປ່ອຍທຶນ ODA ແລະ ແຫຼ່ງທຶນກູ່ຢືມບຸລິມະສິດ)
(vovworld) - ຕອນບ່າຍວັນທີ 18/10, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ ໄດ້ເປັນປະທານກອງປະຊຸມຊຸກຍູ້ການປ່ອຍທຶນ ODA ແລະ ແຫຼ່ງທຶນກູ່ຢືມບຸລິມະສິດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ລັດຖະບານໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາມາດຕະການລະອຽດ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແທ້ຈິງກ່ຽວກັບຄວາມຄືບໜ້າໃນການປ່ອຍແຫຼ່ງທຶນບັນດາໂຄງການລົງທຶນພາກລັດ, ໃນນັ້ນມີບັນດາໂຄງການນຳໃຊ້ທຶນ ODA ແລະ ແຫຼ່ງທຶນກູ່ຢືມບຸລິມະສິດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ, ບັນດາອົງການຈັດຕັ້ງຂອງຫວຽດນາມ ຈະສົມທົບກັບບັນດານັກອຸປະຖຳຢ່າງແໜ້ນແຟ້ນກວ່າອີກ ເພື່ອຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນອຸປະຖຳ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ ໃຫ້ມີປະສິດທິຜົນ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສະເໜີບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການປ່ອຍເງິນໃຫ້ບັນດາໂຄງການ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ. ຕາມນັ້ນແລ້ວ, ບັນດາອົງການຄຸ້ມຄອງກ່ຽວກັບ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ ຍູ້ແຮງຂັ້ນຕອນ ແລະ ລະບຽບການລະຫວ່າງຫວຽດນາມ ແລະ ບັນດານັກອຸປະຖຳຢ່າງກົມກ່ຽວ, ສ້າງສຳເລັດບັນດາກອບກົດໝາຍຕາມທິດສຳພັດກັບມາດຕະຖານສາກົນ ເພື່ອແນໃສ່ຄຸ້ມຄອງບັນດາແຫຼ່ງທຶນກູ້ຢືມດັ່ງກ່າວຢ່າງຄົບຊຸດ, ມີປະສິດຜົນ …