ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊົນນະບົດ ແລະ ຊົນເຜົ່າສ່ວນໜ້ອຍ
ກອງປະຊຸມສະຫລຸບແຜນຮ່າງ 554 ກ່ຽວກັບການໂຄສະນາ, ເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊົນນະບົດ ແລະ ຊົນເຜົ່າສ່ວນໜ້ອຍໄລຍະ 2009 – 2012
(ພາບ: chinhphu.vn)
(vovworld) – “ໃນອະນາຄົດອັນໃກ້ໆນີ້, ຄວນຍູ້ແຮງວຽກງານໂຄສະນາເຜີຍແຜ່ກົດໝາຍສຳລັບປະຊາຊົນໃນເຂດຊົນນະບົດ ແລະ ຊົນເຜົ່າສ່ວນໜ້ອຍ”. ນີ້ແມ່ນເນື້ອໃນຄຳສັ່ງຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ກອງປະຊຸມຜ່ານເຄືອຂ່າຍ ອີນເຕີເນັດສະຫລຸບແຜນຮ່າງ 554 ກ່ຽວກັບການໂຄສະນາ, ເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊົນນະບົດ ແລະ ຊົນເຜົ່າສ່ວນໜ້ອຍໄລຍະ 2009 – 2012, ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງຂຶ້ນເມື່ອວັນທີ 10/4, ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຄວນມານະພະຍາຍາມກ່ວາອີກ ເພື່ອປະກອບສ່ວນໂຄສະນາກົດໝາຍ ເຖິງປະຊາຊົນຢູ່ເຂດຊົນນະບົດ ແລະ ເຂດຊົນເຜົ່າສ່ວນໜ້ອຍ ເພື່ອຮັບປະກັບສິດຜົນປະໂຫຍດອັນເປັນທຳຂອງເຂົາເຈົ້າ. ຕ້ອງສຸມໃສ່ເຜີຍແຜ່ກົດໝາຍເຂົ້າໃນບາງບັນຫາແທດຈິງໃນປະຈຸບັນສຳລັບແຕ່ລະເຂດ, ແຕ່ລະທ້ອງຖິ່ນຄື: ຄວາມປອດໄພທາງຄົມມະນາຄົມ, ຄວາມປອດໄພດ້ານສະບຽງອາຫານ, ການໃຊ້ຄວາມຮຸ້ນແຮງໃນຄອບຄົວ... ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
“ວຽກງານໂຄສະນາເຜີຍແຜ່ມີທີ່ຕັ້ງສຳຄັນໃນການປະຕິບັດກົດໝາຍ. ບ່ອນໃດປະຕິບັດກົດໝາຍດີ ວຽກງານ ຮ້ອງຟ້ອງຈະຫລຸດລົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ, ຄວາມຮູ້ດ້ານກົດໝາຍຂອງປະຊາຊົນກໍ່ດີກ່ວາ. ພວກເຮົາຕ້ອງມານະພະຍາຍາມກ່ວາອີກເພື່ອໃຫ້ແຜນຮ່າງສຳຄັນນີ້ກ້າວເຂົ້າສູ່ຊີວິດຕົວຈິງ ແລະ ບັນລຸໄດ້ຈຸດໝາຍທີ່ແຜນຮ່າງໄດ້ວາງອອກ ເພື່ອແນໃສ່ປະກອບສ່ວນນຳກົດໝາຍເຖິງຊາວກະສິກອນ, ຊາວຊົນເຜົ່າສ່ວນໜ້ອຍ. ຈຳເປັນຕ້ອງປົກປ້ອງສິດຜົນປະໂຫຍດອັນເປັນທຳຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ຊາວກະສິກອນຜ່ານຄວາມເຂົ້າໃຈກ່ຽວກັບກົດໝາຍ ແລະ ນຳໃຊ້ເຂົ້າຊີວິດການເປັນຢູ່.”