(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 16-17/11 ຢູ່ນະຄອນເກິນເທີ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບ ກອງບັນຊາການກອງທັບເຮືອ ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານຖະແຫຼງຂ່າວການຕ່າງປະເທດ, ໂຄສະນາທະເລ, ໝູ່ເກາະ ແລະ ເຊື່ອມໂຍງເຂົ້າກັບສາກົນ ປີ 2015 ໃຫ້ກຳລັງກອງທັບເຮືອເຂດພາກໃຕ້ຫວຽດນາມ.
ທີ່ກອງປະຊຸມຝຶກອົບຮົມ, ບັນດາພະນັກງານ, ຜູ້ລາຍງານຂອງເຫຼົ່າທັບເຮືອ ໄດ້ຮັບເອົາບັນດາຄວາມຮູ້, ຂໍ້ມູນຂ່າວທີ່ຈຳເປັນ, ມີປະໂຫຍດຮັບໃຊ້ເຂົ້າໃນການຜັນຂະຫຍາຍ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຖະແຫຼງຂ່າວການຕ່າງປະເທດ ໂຄສະນາທະເລ, ໝູ່ເກາະ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງເຫຼົ່າທັບເຮືອໃນໄລຍະຈະມາເຖິງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຜີຍແຜ່ບັນດາຫົວເລື່ອງສະເພາະທີ່ສຳຄັນ. ນັ້ນແມ່ນວຽກງານຖະແຫຼງຂ່າວ, ໂຄສະນາການຕ່າງປະເທດຂອງພັກ ແລະ ລັດ ແລະ ວຽກງານສົມທົບກັນໂຄສະນາທະເລ, ໝູ່ເກາະ ລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ສື່ສານ ກັບ ກອງບັນຊາການກອງທັບເຮືອ; ການເຊື່ອມໂຍງເຂົ້າກັບເສດຖະກິດອາຊຽນ ແລະ ສາກົນ-ບັນດາບັນຫາໄດ້ວາງອອກ; ວຽກງານຖະແຫຼງຂ່າວຕ່າງປະເທດໃນສະພາບການໃໝ່; ສະພາບການຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ ແລະ ວຽກງານການຕໍ່ສູ້, ປົກປັກຮັກສາອະທິປະໄຕຂອງຫວຽດນາມ.