ຍົກ​ສູງປະ​ສິດ​ທິ​ພາບ, ​ປະ​ສິດ​ທິ​ຜົນໃນ​ການ​ແກ້​ໄຂ​ບັນ​ດາ​ຄະ​ດີສໍ້​ລາດ​ບັງຫຼວງ, ເສດ​ຖະ​ກິດ

(VOVWORLD) -ໂດຍສືບຕໍ່ກອງປະຊຸມສະໄໝສະມັນຄັ້ງທີ 8, ສະພາແຫ່ງຊາດຊຸດທີ XIV, ຕອນເຊົ້າວັນທີ 25 ພະຈິກ, ເມື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັນນະສູດຍຸຕິທຳ ເພື່ອແນໃສ່ສືບຕໍ່ສ້າງລະບອບກົດໝາຍໃຫ້ສົມບູນແບບ
ຍົກ​ສູງປະ​ສິດ​ທິ​ພາບ, ​ປະ​ສິດ​ທິ​ຜົນໃນ​ການ​ແກ້​ໄຂ​ບັນ​ດາ​ຄະ​ດີສໍ້​ລາດ​ບັງຫຼວງ, ເສດ​ຖະ​ກິດ - ảnh 1ທ່ານ ເລແທັງລອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ (ພາບ: QUOCHOI.VN) 

ມີສະມາຊິກຫຼາຍທ່ານໃຫ້ຮູ້ວ່າ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຊັນນະສູດຍຸຕິທຳຕ້ອງຊ່ວຍຍົກສູງປະສິດທິພາບ, ປະສິດທິຜົນຂອງວຽກງານຊັນນະສູດຍຸຕິທຳ, ຮັບປະກັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຊັນນະສູດຂອງ ການເຄື່ອນໄຫວດຳເນີນຄະດີເວົ້າລວມ ແລະ ໃນການແກ້ໄຂຄະດີສໍ້ລາດບັງຫຼວງ, ເສດຖະກິດເວົ້າສະເພາະ.

        ເມື່ອອະພິປາຍຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ທ່ານ ເລແທັງລອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມໃຫ້ຮູ້ວ່າ:

        ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເປັນເອກະພາບກັນຢ່າງສູງວ່າ ພວກເຮົາພຽງແຕ່ສຸມໃສ່ດັດແປງບາງບັນຫາທີ່ຮີບດ່ວນ ແລະ ຈຳເປັນ, ສຸມໃສ່ປະຕິບັດການຊີ້ນຳຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໝາຍຄວາມວ່າ ດັດແປ່ງ, ເພີ່ມເຕີມບາງຂໍ້ກຳນົດເພື່ອຮັບໃຊ້ໃຫ້ແກ່ກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ບັນດາຄະດີກ່ຽວກັບເສດຖະກິດສ້ໍລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ