(ພາບປະກອບ)
(vovworld) – ໃນການປະຊຸມຂ່າວຢູ່ຊຽງໄຮ້ (ປະເທດຈີນ), ເມື່ອວັນທີ 22/04, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ທ່ານ Keiji Fukuda ໃຫ້ຮູ້ວ່າ, ຍັງບໍ່ທັນມີຫຼັກຖານທີ່ສະແດງໃຫ້ເຫັນວ່າ ໄວຣັດໄຂ້ຫວັດສັດປີກ H7N9 ມີສັນຍານທີ່ຕິດແປດຈາກຄົນສູ່ຄົນຢູ່ຈີນ, ເຖິງວ່າເຈົ້າໜ້າທີ່ສາທາລະນະສຸກຂອງປະເທດນີ້ໄດ້ຮັບຮູ້ວ່າ ມີສະມາຊິກຫຼາຍຄົນໃນຄອບຄົວດຽວຖືກຕິດໄວຣັດໄຂ້ຫວັດສັດປີກ H7N9. ຕາມທ່ານ Fukuda ແລ້ວ, ເຫດຜົນທີ່ຄອບຄົວດັ່ງກ່າວມີຜູ້ຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ຍັງບໍ່ທັນໄດ້ຮັບການຢັ້ງຢືນຢ່າງຈະແຈ້ງ ແຕ່ກໍບໍ່ເວັນເສຍກໍລະນີຖືກຕິດແປດຈາກຄົນສູ່ຄົນ. ວົງການນັກການແພດຍັງຖືວ່າ ເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ແມ່ນສາມາດຕິດແປດຈາກສັກປີກສູ່ຄົນ. ນອກຈາກນັ້ນ, ຕາມທ່ານ Fukuda ລັກສະນະອີກອັນໜຶ່ງທີ່ຜິດປົກກະຕິຂອງໄວຣັດໄຂ້ຫວັດສັດປີກ H7N9 ແມ່ນມີຜູ້ມີອາຍຸສູງຫຼາຍຄົນຖືກຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ໂດຍບໍ່ຮູ້ແຈ້ງສາຍເຫດ.