(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີ່ງຢຸງ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານແຜນຍຸດທະສາດພັດທະນາວັດສະດຸກໍ່ສ້າງ ຫວຽດນາມ ໄລຍະ 2021 – 2030, ກຳນົດທິດຮອດປີ 2050.
ເປົ້າໝາຍສັງລວມຂອງແຜນຍຸດທະສາດ ແມ່ນແນໃສ່ພັດທະນາຂະແໜງອຸດສາຫະກຳຜະລິດວັດສະດຸກໍ່ສ້າງ ໃຫ້ບັນລຸລະດັບກ້າວໜ້າ, ທັນສະໄໝ; ຜະລິດຕະພັນມີຄຸນນະພາບ, ບັນລຸມາດຕະຖານສາກົນ, ນຳໃຊ້ພະລັງງານປະຢັດ, ມີປະສິດທິຜົນ, ມີກຳລັງແກ່ງແຍ້ງສູງຢູ່ຕະຫລາດສາກົນ, ຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດພາຍໃນປະເທດ.
ແຜນຍຸດທະສາດໄດ້ຍົກອອກ 7 ມາດຕະການປະຕິບັດ ລວມມີ: ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສຳເລັດ; ຂຸດຄົ້ນຊັບພະຍາກອນແຮ່ທາດຢ່າງມີປະສິດທິຜົນ ແລະ ປະຢັດ; ຍູ້ແຮງການຄົ້ນຄວ້າ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີ; ຍູ້ແຮງການຈຳໜ່າຍຜະລິດຕະພັນວັດສະດຸກໍ່ສ້າງຢູ່ພາຍໃນປະເທດ ແລະ ສົ່ງອອກ; ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຍົກສູງກຳລັງຄວາມສາມາດປະດິດອຸປະກອນ; ປົກປັກຮັກສາສິ່ງແວດລ້ອມໃນການຜະລິດ…