ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
ພາບ:internet
|
(vovworld)- ກ່ອນດຳເນີນກອງປະຊຸມສາກົນ ໂຕກຽວ ກ່ຽວກັບການພັດທະນາ ອາຟຼິກາ ຈະຈັດຂຶ້ນຢູ່ Nairobi ແຕ່ວັນທີ 27-28/8, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ພົບປະກັບປະທານາທິບໍດີ Kenya, Uhru Kenyatta ໃນວັນທີ 26/8, ໃນນັ້ນ ກຳນົດບັນດາບຸລິມະສິດຕົ້ນຕໍໃນການພົວພັນລະຫວ່າງ ຍີ່ປຸ່ນ ແລະ ອາຟຼິກາ ໃນຊຸມປີຈະມາເຖິງ. ທ່ານ Abe ຖະແຫລງວ່າ ປະຊາຊົນ ອາຟຼິກາ ຈຳເປັນຕ້ອງມີຄວາມເສລິພາບ ແລະ ວັດທະນາຖາວອນ. ທ່ານ Abe ກໍ່ເຕື້ອງເຖິງ 3 ບັນຫາຫລັກຂອງກອງປະຊຸມຄັ້ງນີ້ ນັ້ນແມ່ນຫັນເປັນອຸດສາຫະກຳຂອງ ອາຟຼິກາ, ປັບປຸງການເບິ່ງແຍງສາທາລະນະສຸກ ແລະ ຄວາມສະຖຽນລະພາບຂອງທະວີບພວມຖືກທຳລາຍຍ້ອນບັນດາວິກິດການ. ສ່ວນທ່ານ Uhru Kenyatta ປະທານາທິບໍດີ Kenya ໄດ້ເນັ້ນຫນັກວ່າ: ບັນດາ ປະເທດຫລຸດພົ້ນອອກຈາກຜົນສະທ້ອນຄວາມທຸກຍາກລ້ວນແຕ່ປະຕິບັດການຫັນເປັນອຸດສາຫະກຳ.