ຍີ່ປຸ່ນປະກາດແຜນທີ່ພິສູດໃຫ້ເຫັນ Senkaku ຂຶ້ນກັບອະທີປະໄຕຂອງປະເທດນີ້
ໝູ່ເກາະ Senkaku/ຕຽວອີ
(ພາບ: TTXVN)
(vovworld) – ວັນທີ 17/03, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ໃຫ້ຂ່າວວ່າ, ກະຊວງການຕ່າງປະເທດຍີ່ປຸ່ນ ຫາກໍ່ປະກາດແຜນທີ່ໃນຊຸດແຜນທີ່ເມື່ອປີ 1969 ຂອງລັດຖະບານຈີນ, ໃນນັ້ນໝູ່ເກາະ Senkaku ຢູ່ທະເລ ຮວາຕຸງ ຖືກເຕື້ອງເຖິງດ້ວຍພາສາຍີ່ປຸ່ນ. ນີ້ແມ່ນໝູ່ເກາະພວມມີການຂັດແຍ້ງກັນໂດຍໂຕກຽວ ຄວບຄຸມ, ແຕ່ຝ່າຍ ປັກກິງ ກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ. ກະຊວງການຕ່າງປະເທດຍີ່ປຸ່ນ ໃຫ້ຮູ້ວ່າ, ຊຸດແຜນທີ່ດັ່ງກ່າວໄດ້ຂຽນຊື່ໝູ່ເກາະແຫ່ງນີ້ວ່າ “Senkaku”. ນີ້ໄດ້ຮັບຖືວ່າແມ່ນພະຍານຫຼັກຖານໃໝ່ສຸດສຳລັບຄຳຖະແຫຼງອະທິປະໄຕຂອງໂຕກຽວ ທີ່ວ່າ, ແຕ່ດົນນານມາແລ້ວໝູ່ເກາະ Senkaku ໄດ້ຖືກຖືວ່າແມ່ນຜືນແຜ່ນດິນຂອງຍີ່ປຸ່ນ. ການຂັດແຍ້ງອະທິປະໄຕສຳລັບໝູ່ເກາະ Senkaku/ຕຽວອີ ແມ່ນໜຶ່ງໃນບັນດາບັນຫາທີ່ໄດ້ກໍ່ຄວາມເຄັ່ງຕຶງລະຫວ່າງຈີນ ແລະ ຍີ່ປຸ່ນ ໃນຕະຫຼອດໄລຍະຜ່ານມາ.