ຍີ່ປຸ່ນປະຕິເສດວິຈານຂອງຈີນກ່ຽວກັບບົດກ່າວປາໄສຂອງນາຍົກລັດຖະມົນຕີShinzo Abe
ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Yoshihide Suga
(ພາບ: 24h.com.vn)
(vovworld) – ວັນທີ 2/6, ຍີ່ປຸ່ນ ໄດ້ປະຕິເສດບັນດາວິຈານຂອງ ຈີນ ກ່ຽວກັບບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ Shinzo Abe ທີ່ກອງປະຊຸມ ສຸດຍອດຄວາມໝັ້ນຄົງ ອາຊີ (Shangzi – La) ຄັ້ງທີ 13 ຢູ່ສິງກາໂປ. ເມື່ອຕອບສຳພາດຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ໂຕກຽວ, ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ Yoshihide Suga ຖະແຫຼງວ່າ: ເຈົ້າໜ້າທີ່ຂັ້ນສູງ ຈີນ ໄດ້ຍົກອອກມາບັນດາຄຳຖະແຫຼງໂດຍອີງໃສ່ສະພາບການຕົວຈິງທີ່ຜິດພາດ ເພື່ອໃສ່ຮ້າຍປ່າຍສີປະເທດ ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ: ຄະນະຜູ້ແທນ ຍີ່ປຸ່ນ ຢູ່ສິງກາໂປ ໄດ້ “ຄັດຄ້ານຢ່າງແຮງ” ບັນດາຄຳວິຈານຂອງຝ່າຍ ຈີນ ໃນທັນທີ. ກ່າວຄຳເຫັນໄຂກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Abe ໄດ້ຊີ້ແຈ້ງຄວາມສຳຄັນຂອງກົດໝາຍສາກົນ ແລະ 3 ຫຼັກການທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍທະເລ, ນັ້ນແມ່ນບັນດາປະເທດຖະແຫຼງອະທິປະໄຕບົນພື້ນຖານກົດໝາຍສາກົນ, ບັນດາປະເທດບໍ່ໄດ້ນຳໃຊ້ກຳລັງອາວຸດເພື່ອຍາດໄດ້ອະທິປະໄຕ ແລະ ບັນດາປະເທດຕ້ອງແກ້ໄຂບັນດາການຂັດແຍ້ງຜ່ານມາດຕະການສັນຕິພາບ. ທ່ານຮຽກຮ້ອງໃຫ້ ອາຊຽນ ແລະ ຈີນ ບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC). ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ໄດ້ກ່າວຫາ ຈີນ ມີບັນດາການກະທຳເຮັດໃຫ້ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ ຄື: ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ - 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ, ສະກັດກັ້ນ ຟິລິບປິນ ສຳພັດຫາດ Scarborough.