ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ຂວາ) ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel
(ພາບ: xaluan.com)
(vovworld) – ຍີ່ປຸ່ນ ໄດ້ສົ່ງສານຢ່າງແຮງທີ່ວ່າ: ສຳພັນທະມິດສະໜິດແໜ້ນ ຍີ່ປຸ່ນ - ອາເມລິກາ ບໍ່ປ່ຽນແປງ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຍົກອອກຖະແຫຼງການດັ່ງກ່າວໃນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ໃນວັນທີ 5/4 ຢູ່ນະຄອນຫຼວງ ໂຕກຽວ. ໃນການພົບປະ, ທ່ານນາຍົກລັດຖະມົນຕີ Abe ໄດ້ແຈ້ງກັບຜູ້ນຳທຳນຽບ 5 ແຈຮູ້ກ່ຽວກັບແຜນການຂອງລັດຖະບານ ຍີ່ປຸ່ນ ພິຈາລະນາການບັນລະຍາຍລັດຖະທຳມະນູນທີ່ກ່ຽວຂ້ອງເຖິງສິດປ້ອງກັນລວມໝູ່ຂອງ ໂຕກຽວ. ສ່ວນທ່ານ Hagel ຊົມເຊີຍຂໍ້ຕົກລົງດັ່ງກ່າວ ແລະ ຖືວ່າຈະສະໜັບສະໜູນຄວາມສາມາດ ຍີ່ປຸ່ນ ມອບໂອນໃຫ້ກອງທັບບົດບາດໃຫຍ່ຫຼວງກ່ວາ. 2 ຝ່າຍກໍ່ຈະປຶກສາຫາລືກ່ຽວກັບວິກິດການຢູ່ ຢູແກຼນ ແລະ ເຫັນດີເຫັນພ້ອມກັນຖືວ່າ: ເລື່ອງນາບຂູ່ນຳໃຊ້ກອງທັບເພື່ອແຊກແຊງເຂົ້າໃນສະພາບການ “ແມ່ນບໍ່ອາດຮັບຮູ້ໄດ້”.
ການພົບປະຖືກດຳເນີນໃນສະພາບບັນດາການທ້າທາຍດ້ານປ້ອງກັນຄວາມສະຫງົບຢູ່ ອາຊີຕາເວັນອອກ ນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີການຕັດສິນດ້ານການທະຫານຂອງ ຈີນ ກໍ່ຄືບັນດາໂຄງການພັດທະນານິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ...