ຍີ່ປຸ່ນສະແດງຄວາມວິຕົກກັງວົນກ່ຽວກັບກຳປັ່ນທະຫານເຮືອຈີນບຸກເຂົ້າເຂດຕິດຈອດ
ກຳປັ່ນສອດແນມຂອງຈີນ
Nikkei Asian Review/ TTXVN
|
(vovworld)- ວັນທີ 16/6, ກະຊວງປ້ອງກັນປະເທດຍີ່ປຸ່ນ ໃຫ້ຮູ້ວ່າ: ມີກຳປັ່ນລຳຫນຶ່ງຂອງທະຫານເຮືອ ຈີນ ໄດ້ເຄື່ອນໄຫວຢູ່ບໍລິເວນ ນອກເຂດນ່ານນ້ຳ ຍີ່ປຸ່ນ, ໃກ້ກັບເກາະ Kitadaito ຂຶ້ນກັບແຂວງ Okinawa ໃນຂະນະທີ່ຄວາມເຄັ່ງຕຶງປີນຂັ້ນໄດ ຍ້ອນບັນດາການກະທຳກະມຶງກະມັງຂອງຈີນຢູ່ທະເລ. ເຈົ້າຫນ້າທີ່ຂັ້ນສູງກະຊວງປ້ອງກັນປະເທດຍີ່ປຸ່ນ ໄດ້ເປີດເຜີຍກັບບັນດານັກຂ່າວວ່າ ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ມອບສານການທູດໃຫ້ສະຖານທູດຈີນ ຢູ່ ໂຕກຽວ ສະແດງຄວາມວິຕົກກັງວົນກ່ຽວກັບກໍລະນີກຳປັ່ນສອດແນມ ດົງຢາວ ຂອງຈີນ ໄດ້ບຸກເຂົ້າເຂດນີ້ໃນເວລາປະມານ 15 ໂມງ 5 ນາທີ. ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ກຳປັ່ນລຳນີ້ໄດ້ເດີນທາງອອກຈາກເຂດໃກ້ກັບທະເລຍີ່ປຸ່ນ ຫລື ເອີ້ນວ່າເຂດຕິດຈອດ ຫລັງຈາກນັ້ນ ປະມານ 1 ຊົ່ວໂມງ. ກໍລະນີດັ່ງກ່າວດຳເນີນໄປພາຍຫລັງ ກຳປັ່ນລຳຫນຶ່ງຂອງທະຫານເຮືອຈີນ ບຸກເຂົ້າເຂດນ່ານນ້ຳຍີ່ປຸ່ນ ທາງທິດຕາເວັນຕົກເກາະ Kuchinoerabu ແລະ ທາງທິດໃຕ້ເກາະ Kyushu ຫນຶ່ງມື້.