ຍີ່ປຸ່ນ,ອິນເດຍແລະອົດສຕາລີຊຸກຍູ້ການຮ່ວມມືໃນການເດີນທະເລ

ຍີ່ປຸ່ນ,ອິນເດຍແລະອົດສຕາລີຊຸກຍູ້ການຮ່ວມມືໃນການເດີນທະເລ - ảnh 1
(ພາບປະກອບ: Shinmaywa)

​(vovworld) - ທີ່​ກອງ​ປະ​ຊຸມຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ຄັ້ງ​ທຳ​ອິດ​ລະ​ຫວ່າງ 3 ປະ​ເທດຍີ່ປຸ່ນ​, ອິນ​ເດຍ ແລະ​ ອົດສຕາ​ລີ​ ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 08/06 ຢູ່ New Delhi, ຜູ້ຕາງໜ້າ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ​ໄດ້​ເຫັນ​ດີ​ນຳ​ກັນ​​ວ່າ ການ​ຮ່ວມ​ມື​​ໃນ​ການ​ເດີນ​ທະ​ເລ 3 ຝ່າຍ ຢູ່​ມະຫາ​ສະມຸດ​ອິນ​ເດຍ ​ແລະ ມະຫາ​ສະມຸດ​ປາຊີ​ຟິກ ​ມີ​ບົດບາດ​ສຳຄັນ​ສຳລັບ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ບັນດາ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ​ເຫັນ​ດີ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ​ລະຫວ່າງ 3 ປະ​ເທດ​ຢູ່​ນະຄອນຫຼວງ ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ. ກອງ​ປະຊຸມດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ກະທຳ​​ເປີດ​ແປ​ນ​ຂອງ​ຈີນ ຢູ່​ບັນດາ​ເຂດ​ທະ​ເລ​ໃນ​ພາກ​ພື້ນ ​ຄື​ທະ​ເລ​ຕາ​ເວັນ​ອອກ ​ແລະ ມະຫາ​ສະມຸດ​ອິນ​ເດຍ​.

ຂ່າວ/ບົດ​ອື່ນ