ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປຊ Hiroshi Minami (ຊ້າຍ) ຢືນເອກະສານໃຫ້ສັດຕະຍາບັນສັນຍາປາຣີ ຢູ່ ສຳນັກງານ ສປຊ ທີ່ ນິວຢອກ, ປະເທດ ອາເມລິກາ
(ພາບ: Kyodo/TTXVN)
|
(vovworld) – ວັນທີ 8/11, ຍີ່ປຸ່ນໄດ້ຮັບຮອງເອົາສັນຍາ ປາຣີ ກ່ຽວກັບຕ້ານການປ່ຽນແປງຂອງດິນຟ້າອາກາດ, ຂໍ້ຕົກລົງທີ່ໄດ້ຮັບຖືວ່າແມ່ນສຳຄັນທີ່ສຸດເພື່ອແນໃສ່ສ້າງຂອບເຂດສາກົນໃໝ່ກ່ຽວກັບການສະກັດກັ້ນເລື່ອງປ່ອຍອາຍພິດ ກາກບອນ. ເອກະສານໄດ້ໃຫ້ສັດຕະຍາບັນ ແລະ ລັດຖະບານ ຍີ່ປຸ່ນ ໄດ້ຢຶນສະເໜີຢູ່ສຳນັກງານ ສປຊ ທີ່ນິວຢອກ. ກ່ອນໜ້ານັ້ນ, ສະພາຕ່ຳ ຍີ່ປຸ່ນ ໄດ້ຮັບຮອງເອົາເອກະສານດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຊີ້ແຈ້ງວ່າ ຍີ່ປຸ່ນ ຈະສວມບົດບາດນຳໜ້າໃນບັນດາຄວາມມະນາພະຍາຍາມຂອງປະຊາຄົມສາກົນເພື່ອແນໃສ່ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດຄວາມຮັບຜິດຊອບຫລຸດຜ່ອນສະພາບການອູ່ນຂຶ້ນຂອງໜ່ວຍໂລກຢ່າງປອດໄພ.