ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
ພາບ:tamnhin.net
|
(vovworld)-ວັນທີ 20/1, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກ່າວປະນາມ ການກະທຳຂອງກຸ່ມ ລັດອິດສະລາມ IS ເມື່ອຈັບຕົວປະກັນຊາວຍີ່ປຸ່ນ 2 ຄົນ ແລະ ທວງເອົາເງິນໄຖ່ ພ້ອມທັງຮຽກຮ້ອງກຸ່ມ IS ຈົ່ງປ່ອຍຕົວໃຫ້ຕົວປະກັນ 2 ຄົນດັ່ງກ່າວ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນການຢ້ຽມຢາມ Jelusalem, ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຮູ້ວ່າ: ລັດຖະບານ ຍີ່ປຸ່ນ ພວມກວດກາຄວາມຊັນເຈນຂອງ Video ທີ່ IS ນາບຂູ່ຈະເຂັ່ນຂ້າຕົວປະກັນຊາວຍີ່ປຸ່ນ 2 ຄົນ ຖ້າຫາກ ໂຕກຽວ ບໍ່ຈ່າຍຈຳນວນເງິນ 200 ລ້ານ USD ໃນເວລາ 72 ຊົ່ວໂມງ. ຕາມທ່ານ Shinzo Abe ແລ້ວ, ລັດຖະບານ ຍີ່ປຸ່ນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນໃຫ້ຕົວປະກັນ 2 ຄົນດັ່ງກ່າວຖືກປ່ອຍຕົວຢ່າງປອດໄພ ແລະ ບໍ່ປະນິປະນອມພວກກໍ່ການຮ້າຍ ພ້ອມທັງໃຫ້ຮູ້ວ່າ ຈະສືບຕືບຕໍ່ປະຕິບັດບ້ວງເງິນຊ່ວຍເຫລືອປອດການທະຫານ ລວມມູນຄ່າ 200 ລ້ານ USD ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາເພື່ອຫນູນຊ່ວຍບັ້ນຮົບການທະຫານຕ້ານ IS ໃນໂອກາດຢ້ຽມຢາມ ຕາເວັນອອກກາງໃນອາທິດນີ້.