ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊຸກຍູ້ບັນດາມາດຕະການເສດຖະກິດແລະຮັບຮອງເອົາTPP
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: TTXVN)
(vovworld) - ວັນທີ 26/09, ສະພາແຫ່ງຊາດຍີ່ປຸ່ນ ໄດ້ໄຂກອງປະຊຸມພິເສດ ທີ່ແກ່ຍາວເປັນເວລາ 66 ວັນ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮັບຮອງເອົາສັນຍາການຄ້າຄູ່ຮ່ວມມືຂ້າມປາຊີຟິກ (TPP) ໂດຍໄວ ແລະ ທິດທາງໃໝ່ໃຫ້ການເຕີບໂຕດ້ານເສດຖະກິດ. ທ່ານນາຍົກລັດຖະມົນຕີ Shinzo Abe ຊີ້ແຈ້ງວ່າ, ສັນຍາ TPP ເຊິ່ງຍີ່ປຸ່ນ ແລະ 11 ປະເທດອື່ນຢູ່ຂອບອ້ອມປາຊີຟິກ ໄດ້ລົງນາມເມື່ອເດືອນ 02 ຜ່ານມາ ແລະ ແມ່ນຫົວຂໍ້ຈຸດສຸມໃນກອງປະຊຸມສະພາແຫ່ງຊາດຄັ້ງນີ້, ທ່ານ Abe ໃຫ້ຮູ້ວ່າ, ສັນຍາດັ່ງກ່າວແມ່ນພາກສ່ວນສຳຄັນໃນບັນດານະໂຍບາຍເຕີບໂຕຂອງທ່ານ. ທ່ານ Abe ເນັ້ນໜັກວ່າ: “ເລື່ອງ TPP ມີຜົນສັກສິດໂດຍໄວ ຈະແມ່ນກາລະໂອກາດໃຫຍ່ເພື່ອໃຫ້ຍີ່ປຸ່ນ ບັນລຸຄາດໝາຍວົງເງິນສົ່ງອອກກະສິກຳປະຈຳປີແມ່ນ 10 ຕື້ USD”.