ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ780ລ້ານUSDໃຫ້Palestine
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ
ທ່ານປະທານາທິບໍດີ Palestine Mahmoud Abbas
(ພາບGetty Images)
(vovworld) – ໃນການພົບປະກັບທ່ານປະທານາທິບໍດີ ອຳນາດການປົກຄອງ Palestine Mahmoud Abbas ທີ່ພວມຢູ່ຢ້ຽມຢາມ ໂຕກຽວ ນັ້ນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຄຳໝັ້ນສັນຍາສະໜອງບ້ວງທຶນຊ່ວຍເຫຼືອມະນຸດສະທຳທີ່ມີມູນຄ່າ 780 ລ້ານ USD ໃຫ້ Palestine. ຊົມເຊີຍການຊ່ວຍເຫຼືອຂອງ ຍີ່ປຸ່ນ, ທ່ານ Abbas ເວົ້າວ່າ: “ບ້ວງເງິນຊ່ວຍເຫຼືອນີ້ ຈະປະກອບສ່ວນໜູນຊ່ວຍການສ້າງລະບອບລະບຽບການ ກໍ່ຄືການພັດທະນາເສດຖະກິດຂອງ Palestine”. ທ່ານ Abbas ກໍ່ຮຽກຮ້ອງຈັດຕັ້ງກອງປະຊຸມສັນຕິພາບສາກົນ ກໍ່ຄືສ້າງຕັ້ງກົນໄກສາກົນ ເພື່ອຢຸດຕິການຢືດຄອງຂອງ Israel ໃນບັນດາເຂດແຄ້ວນຂອງ Palestine. ທ່ານປະທານາທິບໍດີ Palestine ກໍ່ກ່າວເຕືອນວ່າ ບັນດາການກະທຳຂອງ Israel ຢູ່ເຂກແຄ້ວນທີ່ຢືດຄອງໄດ້ຂອງ Palestine ຈະຫັນການປະທະກັນຈາກການກະທຳດ້ານການເມືອງກາຍເປັນການປະທະກັນດ້ານສາສະໜາ, ພ້ອມທັງ ເນັ້ນໜັກວ່າ ປະຈຸບັນອຳນາດການປົກຄອງ Israel ພວມກີດຂວາງບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ຢຸດຕິສະພາບການນີ້.