ຍີ່​ປຸ່ນ ​ຮ​ຽກ​ຮ້ອງ​ໃຫ້ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດCovid – 19

(VOVWORLD) -ວັນທີ 15 ເມສາ, ທ່ານChiba Akira ເອກອັກຄະລັດຖະທູດຍີ່ປຸ່ນປະຈຳອາຊຽນໄດ້ເນັ້ນໜັກເຖິງການແບ່ງປັນຂໍ້ມູນຂ່າວສານແລະຄວາມຮູ້ຢ່າງ “ເປີດອົກເປີດໃຈ, ໂປ່ງໃສແລະວ່ອງໄວ” ແມ່ນສຳຄັນທີ່ສຸດແລະແມ່ນປະຖົມປັດໄຈໃຫ້ແກ່ການຮ່ວມມືໃນພາກພື້ນເພື່ອແນໃສ່ຮັບມືກັບໂລກລະບາດCovid -19.
ຍີ່​ປຸ່ນ ​ຮ​ຽກ​ຮ້ອງ​ໃຫ້ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດCovid – 19 - ảnh 1ທ່ານChiba Akira ເອກອັກຄະລັດຖະທູດຍີ່ປຸ່ນປະຈຳອາຊຽນ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳອາຊຽນ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳອາຊຽນ, ທ່ານເອກອັກຄະ ລັດຖະທູດ Chiba Akira ໄດ້ຕີລາຄາສູງຂໍ້ລິເລີ່ມໃນການຈັດຕັ້ງກອງປະຊຸມສຸດຍອດພິເສດອາຊຽນແລະອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດCovid -19, ທ່ານ Chiba Akira ກໍ່ຖືວ່າສິ່ງນີ້ໄດ້ສະແດງໃຫ້ເຫັນວ່າຫວຽດນາມ ຄາດຄະເນລ່ວງໜ້າໄດ້ກ່ຽວກັບຄວາມຈຳເປັນຂອງການແບ່ງປັນຂໍ້ມູນຂ່າວສານ, ການຮ່ວມມືແລະຄວາມສາມັກຄີລະຫວ່າງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ