(VOVWORLD) -ຄາດວ່າຍີ່ປຸ່ນຈະເບີກຈ່າຍເງິນປະມານ 12 ລ້ານ USD ເພື່ອຮັບໃຊ້ວຽກງານຈັດງານສົບລະດັບຊາດໃຫ້ແກ່ທ່ານອະດີດນາຍົກລັດຖະມົນຕີ Abe Shinzo.
ທ່ານອະດີດນາຍົກລັດຖະມົນຕີ Abe Shinzo (ພາບ: Bloomberg) |
ວັນທີ 6 ກັນຍາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຄາດວ່າປະເທດນີ້ຈະເບີກຈ່າຍເງິນປະມານ 12 ລ້ານ USD ເພື່ອຮັບໃຊ້ວຽກງານຈັດງານສົບລະດັບຊາດໃຫ້ແກ່ທ່ານອະດີດນາຍົກລັດຖະມົນຕີ Abe Shinzo. ຕາມທ່ານຫົວໜ້າຫ້ອງວ່າການລັດຖະບານ Hirozaku Matsuno ແລ້ວ, ມີກວ່າ 190 ຄະນະຜູ້ຕາງໜ້າມາຈາກຕ່າງປະເທດ, ໃນນັ້ນມີປະມານ 50 ຄະນະປະມຸກລັດຂອງປະເທດຕ່າງໆຈະເຂົ້າຮ່ວມງານສົບລະດັບຊາດຂອງທ່ານ ອະດີດນາຍົກລັດຖະມົນຕີ Abe Shinzo ໃນວັນທີ 27 ກັນຍາ ຈະມາເຖິງ.
ງານສົບດັ່ງກ່າວຈະຈັດຂຶ້ນຢູ່ Nippon Budokan, ນະຄອນຫຼວງ ໂຕກຽວ.
ຮວ່າງຫງວຽນ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ.