ຍີ່ປຸ່ນ ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາໂຄງການເຕັກໂນໂລຊີຢູ່ຫຼາຍປະເທດອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ຍີ່ປຸ່ນ ຈະສະໜອງຈຳນວນເງິນເກືອບ 4,75 ລ້ານ USD ໃຫ້ແກ່ 23 ໂຄງການຢູ່ 9 ປະເທດສະມາຊິກຂອງອາຊຽນ.

ຍີ່ປຸ່ນ ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາໂຄງການເຕັກໂນໂລຊີຢູ່ຫຼາຍປະເທດອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihide Suga

(ພາບປະກອບ: AFP/TTXVN)

ລັດຖະບານຍີ່ປຸ່ນ ພວມສ້າງແຜນການໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາໂຄງການຮ່ວມມືດ້ານເຕັກໂນໂລຊີ ລະຫວ່າງບັນດາບໍລິສັດຂອງຍີ່ປຸ່ນ ແລະ ຄູ່ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້. ລະອຽດແມ່ນ, ຍີ່ປຸ່ນ ຈະສະໜອງຈຳນວນເງິນເກືອບ 4,75 ລ້ານ USD ໃຫ້ແກ່ 23 ໂຄງການຢູ່ 9 ປະເທດສະມາຊິກຂອງອາຊຽນ.

        ໃນຈຳນວນ 23 ໂຄງການນັ້ນ, ສິ່ງທີ່ໜ້າສົນໃຈແມ່ນ, ຢູ່ຫວຽດນາມ ກຸ່ມບໍລິສັດການຄ້າ Sojitz Corp. ຈະສະໜອງລະບົບຄຸ້ມຄອງການຜະລິດໂດຍອີງໃສ່ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ບັນດາຄອບຄົວລ້ຽງໝູຢູ່ຫວຽດນາມ.

        ໃນຂະນະນັ້ນ, ຢູ່ກຳປູເຈຍ, ບໍລິສັດ Toyota Tsusho Corp. , ເຊິ່ງແມ່ນບໍລິສັດການຄ້າໃຫຍ່, ຈະຮ່ວມມືກັບ Grab, ບໍລິສັດບໍລິຫານການບໍລິການລົດເຕັກໂນໂລຊີຢູ່ອາຊີຕາເວັນອອກສ່ຽງໃຕ້.

        ຢູ່ໄທ, ບໍລິສັດ Hitachi Ltd. ຈະນຳໃຊ້ປັນຍາທຽມເພື່ອໄຈ້ແຍກຂໍ້ມູນສາທາລະນະສຸກຢູ່ບັນດາໂຮງໝໍໃໝຍ່ ເພື່ອແນໃສ່ປົວແປງບັນດາການບໍລິການສາທາລະນະສຸກໃຫ້ດີຂຶ້ນ.

        ຢູ່ອິນໂດເນເຊຍ, ບັນດານັກຜະລິດເຄື່ອງອາໄຫຼ່ລົດໂອໂຕ ຍີ່ປຸ່ນ ແລະ ອິນໂດເນເຊຍ ຈະຮ່ວມມືກັນເພື່ອຍົກສູງສະມັດຕະພາບການຜະລິດ.

        ລັດຖະບານຍີ່ປຸ່ນ ຫວັງວ່າ, ດ້ວຍການໜູນຊ່ວຍດັ່ງກ່າວຈະຊ່ວຍໃຫ້ບັນດາບໍລິສັດຂອງຍີ່ປຸ່ນ ເປີດກວ້າງໄປສູ່ບັນດາຂົງເຂດດຳເນີນທຸລະກິດໃໝ່ຢູ່ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງສົ່ງເສີມການເຄື່ອນໄຫວປະດິດຄິດສ້າງບັນດາການບໍລິການດີຈີຕອນຢູ່ຍີ່ປຸ່ນ ໃຫ້ຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ