(vovworld) - ວັນທີ 15/11, ກະຊວງໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງບັນດາປະເທດອາຊຽນ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ເຫັນດີຮັບຮອງເອົາຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຮ່ວມມືຮັບປະກັບຄວາມປອດໄພທາງເຄືອຂ່າຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ “ສະຫຼາດ” ໃນພາກພື້ນ. ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງສິ້ນສຸດກອງປະຊຸມລັດຖະມົນຕີໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ ຄັ້ງທີ 13, ບັນດາລັດຖະມົນຕີໄດ້ເຫັນດີຮ່ວມມືກັບຍີ່ປຸ່ນ ເພື່ອປະຕິບັດຂໍ້ລິເລີ່ມເຄືອຂ່າຍສະຫຼາດອາຊຽນ, ເຊິ່ງແມ່ນຂໍ້ລິເລີ່ມໂດຍໂຕກຽວ ຍົກອອກມາເມື່ອປີ 2011 ເພື່ອໜູນຊ່ວຍຈຸດໝາຍພັດທະນາກຳລັງຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ - ສື່ສານ (ICT) ແລະ ເພີ່ມທະວີຄວາມສາມາດເຊື່ອມຕໍ່ໃນພາກພື້ນ.