ຍ້ອງຍໍຊົມເຊີຍຄູອາຈານດີເດັ່ນ160ຄົນ

ຍ້ອງຍໍຊົມເຊີຍຄູອາຈານດີເດັ່ນ160ຄົນ - ảnh 1
ພິທີຍ້ອງຍໍຊົມເຊີຍໃນຕອນເຊົ້າວັນທີ 17/11

(vovworld) - ພິທີ​ຍ້ອງຍໍ​ຊົມ​ເຊີຍ​ຄູ​ອາ​ຈານ​ດີ​ເດັ່ນ 160 ຄົນ​​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ສົມທົບ​ກັບ​ກຳມະບານ​ສຶກສາ ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​​ເຊົ້າ​ວັນ​ທີ 17/11, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ກຳມະການ​ກົມ​ການ​ເມ​ືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ອວຍພອນ​ບັນດາ​ຄູ​ອາຈານ ​ເນື່ອງ​ໃນ​ໂອກາດ​ວັນ​ຄູ ຫວຽດນາມ, ພ້ອມ​ທັງ​ຢັ້ງຢືນ​ວ່າ: ບັນດາ​ຄູ​ອາຈານ ​ແມ່ນ​ຜູ້​ຕັດສິນ​ໂດຍ​ກົງ​ເຖິງ​ພາລະກິດ​ສຶກສາ​ຂອງປະ​ເທດ​ຊາດ. ທ່ານ​ກ່າວ​ວ່າ:

        “ຊຸມ​ປີຜ່ານມາ, ຂະ​ແໜງ​ສຶກສາ​ແມ່ນ​ອູ່​​ເພື່ອ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ບຳລຸງ​ສ້າງ​ຜູ້​ເກັ່ງ​ກ້າ​ສາມາດ.​.​. ບັນລຸ​ໄດ້ຜົນ​ງານ​ນັ້ນ​​ແມ່ນມີ​ການ​ປະກອບສ່ວນ​ບໍ່​ຫນ້ອຍ​ຂອງ​ຄູອາຈານ. ພວກ​ຂ້າພະ​ເຈົ້າຫວັງ​ວ່າ, ​ໃນ​ອະນາຄົດ, ຂະ​ແໜງ​ສຶກສາ​ຈະ​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ ​ເຮັດ​​ແນ​ວ​ໃດ​ເພື່ອສ້າງ​​ເປັນຂະ​ບວນການ​ແຂ່ງຂັນ​ພ້ອ​ມກັບ​ບັນດາ​ແບບຢ່າງ​ດີ​ເດັ່ນ, ​ເຮັດ​​ໃຫ​້ຂະ​ແໜງ​ສຶກສາ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ”

        ຄູ​ອາຈານ 160 ຄົນ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ໃນ​ຄັ້ງ​ນີ້​ຕາງໜ້າ​ໃຫ້​ຄູ​ອາຈານ​ກ່ວາ 1,2 ລ້ານຄົນ​​ໃນ​ທົ່ວ​ປະ​ເທດ. ຄູ​ອາຈານ ຫວ່າງ​ທິ​ແກງ (Vàng Thị Ghếnh), ​ໂຮງຮຽນ​ອະນຸບານ​ຕາ​ແສງ ໝານ​ເຖີນ, ​ເມືອງ ຊີ​ມາ​ກາຍ, ​ແຂ​ວງ ລາຍ​ກາຍ, ​ໃຫ້​ຮູ້​ວ່າ:

    “ຂ້າພະ​ເຈົ້າ​ມີ​ຄວາມ​ມ່ວນ​ຊື່ນ ​ແລ​ະ ​ເອກອ້າງ​ທະ​ນົງ​ໃຈ​ທີ່​​ເປັນ​ຕົວ​ແທງ​ໃຫ້​ແຂວງ ລາຍ​ກາ​ຍ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ໃນຄັ້ງນີ້, ກໍ່​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ສູ້ຊົນ​ໃນ​ຕໍ່​ໜ້າ​ເພື່ອ​ພາລະກິດ​ສຶກສາ.”

ຂ່າວ/ບົດ​ອື່ນ