ຍ້ອງຍໍຊົມເຊີຍຊາວໜຸ່ມຊົນນະບົດເຮັດເສດຖະກິດເກັ່ງ

ຍ້ອງຍໍຊົມເຊີຍຊາວໜຸ່ມຊົນນະບົດເຮັດເສດຖະກິດເກັ່ງ - ảnh 1
ພາບປະກອບ

(vovworld) – ຄະນະ​ຊາວ​ໜຸ່ມ​ນະ​ຄອນ ​ໂຮ່ຈິ​ມິນ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ 25 ​ແບບຢ່າງ​ຊາວ​ໜຸ່ມ​ຊົນນະບົດ​ທີ່ເຮັດ​ເສດຖະກິດ​ເກັ່ງ. ພິທີ​ຍ້ອງຍໍ​ຊົມ​ເຊີຍ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 27/10, ​ໃນ​ຂ​ອບ​ເຂດ​ງານ​ບຸນ “ດອກ​ໄມ້​ຂອງ​ປະ​ເທດ” ປີ 2013 ສະຫງວນ​ໃຫ້​ສະມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຢູ່​ເຂດ​ຊານ​ນະຄອນ. ​ໃນ​ວັນ​ບຸນ, ຄະນະ​ຊາວ​ໜຸ່ມ​ຊົນນະບົດ ນອກຈາກ​ໄດ້​ຮັບ​ຊົມ​ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ແລ້ວ ​ຍັງ​ໄດ້​ຮັບ​ຄຳ​ປຶກສາ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບ​ກະ​ສິກຳ, ຊາວ​ກະສິກອນ , ຊົນນະ​ບົດ, ປຶກ​ສາ​ວຽກ​​ເຮັດ​ງານ​ທຳ, ຄວາມ​ຮູ້​ດ້ານ​ເສດຖະກິດ. ​ເອື້ອຍ ຮິ່ງທິ​ເຟືອງ​ກິ່ວງ, ໜຶ່ງ​ໃນ​ບັນ​​ດາ​ຊາວ​ໜຸ່ມ​ຊົນນະບົດ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້, ສະ​ແດງ​ວ່າ:

    “​ຂ້າພະ​ເຈົ້າ​ມ່ວນ​ຫຼາຍ​ທີ່​​ເປັນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ຄັ້ງ​ນີ້ ​ແລະ ຮູ້ສຶກ​ວ່າ​ນັ້ນເປັນ​ກຳລັງ​ໜູນ​ເພື່ອ​ສູ້ຊົນ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຂ້າພະ​ເຈົ້າຍັງມີໂອກາດ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ຂະ​ແໜງ​ການ​ອື່ນ​ໆ ​ເຊິ່ງ​ໃນ​ອະນາຄົດ​ອາດ​ຈະ​ກ່ຽວ​ພັນ​ນຳກັນ. ຂ້າພະ​ເຈົ້າ​ຫວັງ​ວ່າ: ຄະນະ​ຊາວ​ໜຸ່ມ ​ແລະ ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ໜຸ່ມ​ເປີດ​ກ້ວາງ​ທຶນ​ກູ້​ຢືມ​​ນີ້​ເພື່ອໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ບໍ່ທັນ​ມີ​ທຶນອາດ​ຈະ​ສ້າງ​ສຳ​ເລັດ​ໂຄງການ​ຂອງ​ຕົນ​ໃນ​ອະນາ​ຄົດ”

 

ຂ່າວ/ບົດ​ອື່ນ