ຍ້ອງຍໍຊົມເຊີຍ70ໝູ່ຄະນະ,ສ່ວນບຸກຄົນເປັນແບບຢ່າງທີ່ກ້າວໜ້າກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ຍ້ອງຍໍຊົມເຊີຍ70ໝູ່ຄະນະ,ສ່ວນບຸກຄົນເປັນແບບຢ່າງທີ່ກ້າວໜ້າກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ກ່າວຄຳເຫັນທີ່ພິທີ)

(vovworld) – ຕອນ​ຄໍ່າວັນ​ທີ 29/09, ຢູ່​ຮ່າ​ໂນ​້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ໄດ້​ຈັດ​ພິທີ​ຍ້ອງຍໍຊົມ​ເຊ​ີຍ​ບັນດາ​ແບບຢ່າງທີ່ກ້າວໜ້າ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໄລຍະ 2011 – 2015. ພິທີ​ຍ້ອງຍໍ​ດຳ​ເນີນ​ໄປ​ໃນ​ຂອບ​ເຂດກອງ​ປະຊຸມ​ສິ່ງ​ແວດ​ລ້ອມ​ທົ່ວ​ປະ​ເທດ​ຄັ້ງ​ທີ 4. ທີ່​ພິທີ​ຍ້ອງຍໍ​ຄັ້ງ​ນີ້, ມີ 50 ໝູ່​ຄະນະ ​ແລະ 20 ສ່ວນ​ບຸ​ກຄົນ​ທີ່​ໄດ້​ອຸທິດ​ສ່ວນ, ​ໃຫ້​ແກ່​ພາລະກິດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອ​ມ​ໄລຍະ 2011 – 2015 ​ໃນ​ບັນດາ​ຂົງ​ເຂດ​ຄື: ສຶກສາ, ​ໂຄ​ສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ຄົ້ນ​ຄວ້າ​ວິທະຍາສາດ… ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ໜ້າ​ຮັບ​ຮູ້​ຂອງ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວຽກງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ພ້ອມ​ກັບ​ປະຊາຊົນ​ທັງ​​ປວງ ຮ່ວມ​ແຮງ​ຮ່ວມ​ໃຈ​ສູ້​ຊົນ​​ແຂ່ງ​ຂັນ​ກັນ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ເພື່ອປະກອບສ່ວນສ້າງ​ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໃຫ້​ສະອາດ ​ແລະ ຂຽວງາມ.

ຂ່າວ/ບົດ​ອື່ນ