ຍ້ອງຍໍນັກທຸລະກິດ,ວິສາຫະກິດຮ່ວມເດີນທາງພ້ອມກັບສື່ມວນຊົນ

ຍ້ອງຍໍນັກທຸລະກິດ,ວິສາຫະກິດຮ່ວມເດີນທາງພ້ອມກັບສື່ມວນຊົນ - ảnh 1
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ “ພົບ​ປະ​ກັນໃນ​ເດືອນ 10”
(ພາບ: cand.com.vn)

(vovworld)- ຕອນ​ຄ່ຳ​ ວັນ​ທີ 23/10, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ, ໜັງ​ສື​ພີມ​ປະ​ຊາ​ຊົນ ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ “ພົບ​ປະ​ກັນໃນ​ເດືອນ 10”. ລາຍ​ການ​ໄດ້​ຄັດ​ເລືອກ​ຍ້ອງ​ຍໍ​ວ​ິ​ສາ​ຫະ​ກິດ 31 ແຫ່ງ ແລະ ນັກ​ທຸ​ລະ​ກິດ ​ດີ​ເດັ່ນ 6 ຄົນ​ ປີ 2016 ​ທີ່ຮ່ວມ​ເດີນ​ທາງ ພ້ອມ​ກັບ​ສື່ມວນ​ຊົນ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງສັງ​ຄົມ. ທ່ານ ໂຮ່ກວາງ​ເລີ້ຍ, ຮອງ​ປະ​ທານ​ຜູ້​ປະ​ຈຳ​​ການສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ລາຍ​ການນີ້ ​ເປັນ​ໂອ​ກາດ​​ທີ່ດີ ເພື່ອ​ໃຫ້​ບັນ​ດາ​ນັກ​ຂ່າວ ແລະ ບັນ​ດາ​ນັກ​ທຸ​ລະ​ກິດ ​ພົບ​ປະ​ແລກ​ປ່ຽນ, ສ້າງ​ເງື່ອນ​ໄຂ ເພື່ອ​ໃຫ້​ສື່ມວ​ນ​ຊົນ, ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ​ອີກ, ປະ​ກອບ​ສ​່ວນ​ສ້າງ​ສາ​ປະ​ເທດ​ຊາດ. ບັນ​ດາ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ ໄດ້​​ຮັບ​ການ​ຍ້ອງ​ຍໍ​ໃນ​ມື້ນີ້​ແມ່​ນ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​​ດີ​ເດັ່ນ ໃນ​ຖັນ​ແຖວ​ລ້ານໆວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ ທີ່​​ບັນ​ດາ​ອົງ​ການ​ສື່ມວນ​ຊົນ ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ສະ​ເໜີ​ບົ່ງ​ຕົວ ແລະ ຄັດ​ເລືອກ”.

        ທີ່​ລາຍ​ການ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ, ໜັງ​ສື​ພິມ​ປະ​ຊາ​ຊົນ ກໍ່​ໄດ້​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ນັກ​ທຸ​ລະ​ກິດ ​ທີ່​ໄດ້​ຮ່ວມ​ແຮງ​​ຮ່ວມ​ໃຈ ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ ທີ​່ພວມ​ປະ​ສົບ​ໄພ​ນ້ຳ​ຖ້ວ​ມ.

ຂ່າວ/ບົດ​ອື່ນ