ພິທີຍ້ອງຍໍ ”ຊາວໜຸ່ມຕຳຫຼວດທີ່ດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ ”
(ພາບ: google.com.vn)
(vovworld) - ພິທີຍ້ອງຍໍ ”ຊາວໜຸ່ມຕຳຫຼວດທີ່ດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີ ແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (19/08/1945-19/08/2012)ໄດ້ຈັດຂຶ້ນໃນຕອນຄຳ່ວັນທີ 17/8, ຢູ່ ຮ່າໂນ້ຍ. ນັກຮົບຕຳຫຼວດ 20 ຄົນ ທີ່ໄດ້ຮັບການຍ້ອງຍໍ ແມ່ນຜູ້ທີ່ດີເດ່ັນໃນແນວຮົບບຸກໂຈມຕີປາບປາມອາດສະຍາກຳ, ໃນການຮຳ່ຮຽນ ແລະ ຄົ້ນຄ້ວາຢ່າງມີຫົວຄິດປະດິດສ້າງ. ໃນນັ້ນມີຊາວໜຸ່ມ 11 ຄົນມີຜົນງານພິເສດໄດ້ຮັບຫຼຽນໄຊວິລະກຳຊັ້ນ 2, ຊັ້ນ 3 ແລະ ຫຼຽນໄຊພິລະອາດຫານຈາກປະທານປະເທດ. ພິທີຍ້ອງຍໍແມ່ນການຮັບຮູ້, ປຸກລະດົມສະມາຊິກຊາວໜຸ່ມຕຳຫຼວດສືບຕໍ່ຫຼໍ່ຫຼອມສ້າງວິລະກຳຕື່ມອີກ, ອຸທິດສ່ວນໃຫ້ແກ່ພາລະກິດປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ປະກອບສ່ວນກໍ່ສ້າງກຳລັງຕຳຫຼວດປະຊາຊົນຫວຽດນາມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.