(vovworld) – ຍາມໃດນັກທ່ອງທ່ຽວຫວຽດນາມກໍໄດ້ຮັບຄວາມຍິນດີຕ້ອນຮັບໄປຢ້ຽມຢາມສິງຄະໂປ. ນີ້ແມ່ນຂໍ້ມູນຂ່າວສານໂດຍກົມໃຫຍ່ທ່ອງທ່ຽວສິງຄະໂປ ຍົກອອກມາ ໃນຈົດໝາຍຕອບ ທີ່ສົ່ງເຖິງກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິດລາ ແລະ ທ່ອງທ່ຽວຫວຽດນາມ) ໃນວັນທີ 22/08. ຕາມນັ້ນແລ້ວ, ອົງການນີ້ຢືນຢັນ ມີບາງກໍລະນີນັກທ່ອງທ່ຽວຫວຽດນາມ ຖືກປະຕິເສດເຂົ້າເມືອງສິງຄະໂປ ຍ້ອນບໍ່ມີໜັງສືຜ່ານແດນຖືກຕ້ອງຕາມກົດໝາຍ. ວັນທີ 24/07 ຜ່ານມາ, ກົມຄຸມຄອງເຂົ້າອອກເມືອງ ສິງຄະໂປ ໄດ້ມີການເຮັດວຽກກັບຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳສິງຄະໂປ, ອະທິບາຍ ກ່ຽວກັບເລື່ອງນັກທ່ອງທ່ຽວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ເມື່ອແຈ້ງເຂົ້າເມືອງ. ອົງການນີ້ກໍຢືນຢັນວ່າ, ຍາມໃດສິງຄະໂປ ກໍຍິນດີຕ້ອນຮັບນັກທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ການໄປມາຢ້ຽມຢາມຂອງນັກທ່ອງທ່ຽວ. ກົມຄຸ້ມຄອງເຂົ້າອອກເມືອງ ສິງຄະໂປ ຮັບປະກັນວ່າ ລະບຽບການກວດກາຢູ່ສະໜາມບິນເພື່ອປ້ອງກັນຄວາມສະຫງົບ ໄດ້ຮັບການປະຕິບັດຢ່າງມີວິຊາສະເພາະ ແລະ ສະເໜີພາບ, ບໍ່ຈຳແນກທາງເພດ ຫຼື ສັນຊາດ.