(vovworld) – ໂດຍສືບຕໍ່ລາຍການປະຕິບັດງານຢູ່ສະວິດ, ວັນທີ 16/09, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ມີການເຈລະຈາກັບທ່ານຮອງປະທານາທິບໍດີ, ລັດຖະມົນຕີວ່າການກະຊວງເສດຖະກິດ, ສຶກສາ ແລະ ຄົ້ນຄວ້າສະວິດ Johnn Niklaus Schniuder Ammann. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ປາດຖະໜາວ່າ, ສະວິດຈະສຶບຕໍ່ເພີ່ມທະວີການຍູ້ແຮງການແລກປ່ຽນການຄ້າ, ຮ່ວມມືພັດທະນາບັນດາໂຄງການອຸປະຖຳພັດທະນາທາງການ (ODA) ໄລຍະຫຼັງປີ 2016, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ຫວຽດນາມ. ພ້ອມທັງສະໜັບສະໜູນ ແລະ ຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ກຸ່ມການຄ້າເສລີເອີລົບ (EFTA) ບົນພື້ນຖານຮັບປະກັນຄວາມສົມດູນ, ມີມາດຕະຖານສູງ, ມີການຄິດໄລ່ເຖິງຄວາມຜິດດຽງກ່ຽວກັບລະດັບພັດທະນາລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ EFTA. ສ່ວນທ່ານຮອງປະທານາທິບໍດີ Johnn Niklaus Schniuder Ammann ຢືນຢັນວ່າ: ສະວິດ ຍາມໃດກໍຖືການເພີມທະວີການຮ່ວມມືໃນຫຼາຍຂົງເຂດກັບຫວຽດນາມ ເປັນສຳຄັນ: ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ EFTA ຈະສ້າງກຳລັງໜູນໃຫ້ແກ່ການເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງ 2 ຝ່າຍ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ບັນດາວິສາຫະກິດສະວິດ ດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ.