ພາບປະກອບ:internet
|
(vovworld)- ຢູ່ສຳນັກງານ ສປຊ ທີ່ນະຄອນຫລວງ ນິວຢອກ ສະຫະລັດອາເມລິກາ ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຂອງກຸ່ມວຽກງານສ້າງບັນດາຈຸດໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ດ້ວຍຖານະແມ່ນປະທານກຸ່ມ Troika ຊື່ງລວມມີ: Bhutan, ໄທ ແລະ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວຫນ້າຄະນະຜູ້ຕາງຫນ້າຂອງຫວຽດນາມ ປະຈຳ ສປຊ ໄດ້ຕາງຫນ້າໃຫ້ກຸ່ມດັ່ງກ່າວກ່າວຄຳເຫັນກ່ຽວກັບ 2 ບັນຫາຂອງກອງປະຊຸມ ແລະ ເນັ້ນຫນັກຄວາມຮັບຜິດຊອບລວມຂອງວິວັດການສ້າງບັນດາຈຸດໝາຍພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງໃຫ້ຮູ້ວ່າ: ບັນດາການບຸລິມະສິດຂອງຫວຽດນາມ ໃນການປະຕິບັດຍຸດທະສາດພັດທະນາແບບຍືນຍົງແຫ່ງຊາດ (2011-2020) ໃນສາມເສົາຄ້ຳຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ທ່ານເລຮ່ວາຍຈູງ ຊີ້ແຈງວ່າ: ຫວຽດນາມ ຢືນຢັນ: ແຜນນະໂຍບາຍຂອງຫວຽດນາມ ຍາມໃດກໍຖືບັນຫາມະນຸດເປັນສິ່ງສຳຄັນໃນທຸກນະໂຍບາຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ເອົາໃຈໃສ່ເຖິງແມ່ຍິງ, ເດັກນ້ອຍ, ຄົນພິການ…, ສ້າງລະບົບຮັບປະກັນຊີວິດສັງຄົມ ແລະ ເພີ່ມທະວີຄວາມສາມາດຮັບມືຂອງປະຊາຊົນຕໍ່ບັນດາການກະທົບຢ່າງຫຍໍ້ທໍ້ການປ່ຽນແປງຂອງດິນຟ້າອາກາດ.