(vovworld) – ວັນທີ 4/6, ຢູ່ ເບ໋ນເຈ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ເບ໋ນເຈ ໄດ້ສົມທົບກັນຈັດຈັ້ງກອງປະຊຸມສຳມະນາ ASEM ກ່ຽວກັບການສົມທົບກັນເຄື່ອນໄຫວໃນການຄຸ້ມຄອງແຫຼ່ງນ້ຳ ເພື່ອສ້າງໂຄງການດຳເນີນງານພາຍຫຼັງປີ 2015. ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ແທນພາຍໃນ ແລະ ຕ່າງປະເທດ 180 ຄົນ ມາຈາກ 53 ປະເທດສະມາຊິກ ASEM ແລະ ບັນດາອົງການໃນພາກພື້ນ, ສາກົນທີ່ກ່ຽວຂ້ອງ. ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ເປັນເຈົ້າພາບກອງປະຊຸມສຳມະນານີ້.
ກ່າວຄຳເຫັນຊີ້ນຳກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມີງ ເນັ້ນໜັກວ່າ: ໃນປີນີ້, ປະຊາຄົມສາກົນຈະປະຕິບັດສຳເລັດບັນດາຄາດໝາຍພັດທະນາສະຫັດສະວັດ ແລະ ສ້າງສຳເລັດໂຄງການດຳເນີນງານພັດທະນາພາຍຫຼັງປີ 2015. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ຢືນຢັວ່າ: ຍາມໃດ ຫວຽດນາມ ກໍຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບສາກົນຢ່າງແຮງໃນການຄຸ້ມຄອງຊັບພະຍາກອນນ້ຳຕິດພັນກັບການພັດທະນາແບບຍືນຍົງ. ການຮ່ວມມືສາກົນດັ່ງກ່າວ ຈະປະກອບສ່ວນຊ່ວຍ ຫວຽດນາມ ປະຕິບັດສຳເລັດ “ຍຸດທະສາດພັດທະນາແບບຍືນຍົງຂອງ ຫວຽດນາມ ໄລຍະ 2011-2020” ແລະ “ຍຸດທະສາດແຫ່ງຊາດ ກ່ຽວກັບຊັບພະຍາກອນນ້ຳຮອດປີ 2020”. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືບາງບັນຫາ, ພິເສດແມ່ນເພີ່ມທະວີການແລກປ່ຽນບົດຮຽນ, ບັນດາແບບຢ່າງທີ່ດີເດັ່ນ ແລະ ຍົກອອກຂໍ້ສະເໜີນະໂຍບາຍທີ່ເໝາະສົມ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳຢ່າງໝັ້ນຄົງ, ນັບທັງໃນການນຳໃຊ້, ແບ່ງປັນບັນດາແຫຼ່ງນ້ຳລະຫວ່າງຊາດ.