ຍາມໃດຫວຽດນາມກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການເພື່ອໂລກພັດທະນາຢ່າງໝັ້ນຄົງ

ຍາມໃດຫວຽດນາມກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການເພື່ອໂລກພັດທະນາຢ່າງໝັ້ນຄົງ - ảnh 1
(ທ່ານ ​ເຈີ​ນວັນ​ຮັ່ງ, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ,
ປະທານ​ກຸ່ມ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່ IPU 132)


(vovworld) – ​ເມື່ອ​ຕອບສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃນ​ວັນ​ທີ 30/03, ທ່ານ ​ເຈີ​ນວັນ​ຮັ່ງ, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ, ປະທານ​ກຸ່ມ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່ IPU 132, ຢືນຢັນ​ວ່າ: ຫວຽດນາມ ​ໄດ້, ພວມ ​ແລະ ຈະ​ມານະ​ພະຍາຍາມ​ເພື່ອ​ໃຫ້ IPU 132 ບັນລຸ​ຜົນສຳ​ເລັດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ລັດຖະສະພາ​ບົນ​​ເວທີ​ສາກົນ, ກໍ່​ຄື​ສ້າງ​​ໂລກ​ທີ່​ພັດທະນາ​ຢ່າງ​ໝັ້ນຄົງ. ຕາມ​ທ່ານ ​ເຈີ​ນວັນ​ຮັ່ງ​ ແລ້ວ, IPU 132 ​ໄດ້​ດຳ​ເນີນ​​​ໄປ​ກວ່າ​ເຄິ່ງ​ເວລາ​ແລ້ວ ​ແລະ ບັນດາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ IPU ​ໄດ້​ປຶກສາ​ຫາລື​ຢ່າງ​ຟົດ​ຟື້ນ​ດ້ວຍ​ຫົວ​ຂໍ້​ລວມ​ແມ່ນ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ”, ຫົວ​ຂໍ້​ເຊິ່ງ​ປະ​ເທດ​ເຈົ້າພາບຫວຽດນາມ ສະ​ເໜີ. ຕີ​ລາຄາ​ກ່ຽວ​ກັບ​ເລື່ອງ, ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 1 ສະພາ​ບໍລິຫານ IPU, ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຮັບເລືອກ​ຕັ້ງ​ເປັນ​ປະທານ IPU 132, ທ່ານ ​ເຈີ​ນວັນ​ຮັ່ງ ຢືນຢັນ​ວ່າ.

    “ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເປັນ​ປະທານ IPU ​ແມ່ນ​ໜ້າ​ທີ່​ໜັກ​ໜ່ວງທີ່​ສຸດ, ​ແຕ່​ໜ້າເອກອ້າງ​ທະນົງ​ໃຈ. ທ່ານ​ປະທານ ຈະ​ພ້ອມ​ກັນ​ຊີ້​ນຳບໍລິຫານ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ບັນຫາ​ສຳຄັນ​ເຊິ່ງກອງ​ປະຊຸມ​ໃຫຍ່​​ປຶກສາ​ຫາລື, ກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື​ບັນຫາ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ” ​​ເປັນຫົວ​ຂໍ້​ໂດຍຫວຽດນາມ ສະ​ເໜີ ​ແລະ ​​ກອງ​ປະຊຸມ​ໃຫຍ່​ໄດ້​​ຮັບ​​ຮອງ​ເອົາ. ສິ່ງ​ນັ້ນ​ມີ​ຄວາມ​ໝາຍວ່າ, ພວກ​ເຮົາ​ສະ​ເໜີ, ພວກ​ເຮົາ​ກຳນົດ​ທິດ, ພວມ​ເຮົາ​ແນະນຳ, ພວກ​ເຮົາ​ຕັດສິນ​ບັນດາ​ບັນຫາ​ເຊິ່ງກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ພວກ​ເຮົາ​ສະ​ເໜີ. ຫວຽດນາມ ​ໄດ້ ​ແລະ ພວມ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດຂອງ​ພວກ​ເຮົາ, ນັ້ນ​ແມ່ນ, ຕັ້ງ​ໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາ​ກົນ. ​ເລື່ອງ​ທ່ານ​ປະທານ​ສະ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ IPU 132 ມີ​ຄວາມ​ໝານ​ສຳຄັນ​ພິ​ເສດ, ສະ​ແດງ​ໃຫ້​ເຫັນຄວາມ​ເຊື່ອ​ໝັ້ນ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ​ເວົ້າ​ລວມ, ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເວົ້າ​ສະ​ເພາະ ບົນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ