ຍາມໃດ ພັກ ແລະ ລັດ ກໍຈົດຈຳຄຸນງາມ ຄວາມດີຂອງບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

ຍາມໃດ ພັກ ແລະ ລັດ ກໍຈົດຈຳຄຸນງາມ ຄວາມດີຂອງບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh
ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​
( ພາບ: vietnamplus.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 6/6, ຢູ່​ຮ່າ​ໂນ້ຍ, ​​ໃນການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ ​ເທື່ອ​ທຽນ​​ເຫວ໋, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຢ້ຽມຂໍ່ານັບສຸສານ​ປະທານ​ໂຮ່ຈິ​ມິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຢືນຢັນ​ວ່າ; ຍາມ​ໃດ​ພັກ ​ແລະ ລັດຫວຽດນາມ ກໍ​ຈົດ​ຈຳ​ຄຸນງາມຄວາມດີ​ຂອງ​ບັນດາ​ນັກຮົບ​ວິລະ​ຊົນ, ​ແມ່​ຫວຽດນາມ ວິລະ​ຊົນ, ທະຫານ​ເຈັບປ່ວຍຊາດ ​ແລະ ທະຫານ​ເສຍ​ອົງຄະ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ໃນ​ພາລະກິດ​ຕໍ່ສູ້ປົດ​ປ່ອຍ ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ປາດ​ຖະໜາ​ວ່າ ບັນດາ​ຜູ້​ແທນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ສຶກສາ​ລຸ້ນໜຸ່ມ​ໃຫ້ຕັ້ງໜ້າ​ອອກ​ແຮງ​ງງານ, ຮໍ່າຮຽນ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ,​​ ເຮັດ​ໃຫ້​ປະ​ເທດ​ຊາດ​ນັບ​ມື້​ນັບຮັ່ງມີ ​ແລະ ສວຍ​ງາມ.

ຂ່າວ/ບົດ​ອື່ນ