ຍູ້ແຮງການຕໍ່ສູ້ຕ້ານອາດຊະຍາກຳເຂດຊາຍແດນ

ຍູ້ແຮງການຕໍ່ສູ້ຕ້ານອາດຊະຍາກຳເຂດຊາຍແດນ - ảnh 1
ພາບ​ປະ​ກອບ​ຈາກ Trần Lê Lâm – TTXVN

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 23/1, ຢູ່​ຮ່າ​ໂນ້ຍ, ກົມ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​​ຢາ​ເສ​ບ​ຕິດ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງຂອງ​ຕົນ (28/1/2005 – 28/1/2015) ແລະ ຕ້ອນ​ຮັບຫຼຽນ​ໄຊວິ​ລະ​ກຳຊັ້ນ​ 3. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ​ທ່ານ ຫງວຽນ​ຊ​ວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ອວຍ​ພອນ​ບັນ​ດາ​ຜົນ​ງານ​ເຊິ່ງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ທະ​ຫານ​ປ້ອ​ງ​ກັນ​ຊາຍ​ແດນ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ຕໍ່​ໜ້າ​ສະ​ພາບການ​ຕົວ​ຈິງ​​ຢູ່​ບັນ​ດາ​ເສັ້ນ​ຊາຍ​ແດນ​, ທີ່​ອາດ​ຊະ​ຍາ​ກຳ​ຍັງ​ຄົງ​ຜັນ​ແປ​ຢ່າງ​ສັບ​ສົນ, ທ່າງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ກຳ​ລັງ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຮັບ​ຮູ້​ສະ​ພາບ​ການ​ປະ​ຈຸ​ບັນ​ຢ່າງ​ຈະ​ແຈ້ງ, ແກ້​ໄຂ​ສິ່ງ​ຈ​ຳ​ກັດ, ເພີ່ມ​ທະ​ວີ​ວຽກ​ງານ​ກຳ​ແໜ້ນ​ສະ​ພາບ​ການ, ການ​ສືບ​ສວນ​ພື້ນ​ຖານ, ​ເປັນເສ​ນາ​ທິ​ການ, ຮ່ວມ​ມື ແລະ ສົມ​ທົບ​ກັບ​ອົງ​ການ​ກ່ຽວ​ຂ້ອງ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປ້ອງ​ກັນ, ຕ້ານ​ອາ​ດ​ຊະ​ຍາ​ກຳ​ເຂດ​ຊາຍ​ແດນ​​ຍິ່ງກ່​ວາ​ອີກ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ປະ​ດັບຫຼ​ຽນ​​ໄຊວິ​ລະ​ກຳຊັ້ນ 3 ໃສ່​ຄັນ​ທຸງ​ໄຊ​ຊະ​ນະ​ຂອງ​ກົມ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ຢາ​ເສບ​ຕິດ - ທະ​ຫານ​ປ​້ອງ​ກັນ​ຊາຍ​ແດນ.

 


ຕອບກັບ

ຂ່າວ/ບົດ​ອື່ນ