ຍູ້ແຮງການປະຕິບັດນະໂຍບາຍສົມທົບລະຫວ່າງເສດຖະກິດກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ
(ພາບປະກອບ)
(vovworld) – ນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບໝາກຜົນແຫ່ງການຕິດຕາມກວດກາ ແລະ ຍູ້ແຮງການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການສົມທົບການລະຫວ່າງເສດຖະກິດກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ. ຈຸດໝາຍຂອງແຜນການ ເພື່ອແນໃສ່ຫັນບັນດາເນື້ອໃນ, ໜ້າທີ່, ມາດຕະການປະຕິບັດນະໂຍບາຍກົດໝາຍ ກ່ຽວກັບການສົມທົບກັນລະຫວ່າງເສດຖະກິດກັບການປ້ອງກັນຊາດປ້ອງກັນຄວາມສະຫງົບເປັນລະອຽດ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການສົມທົບກັນລະຫວ່າງເສດຖະກິດກັບການປ້ອງກັນຊາດປ້ອງກັນຄວາມສະຫງົບໃນທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວປວງຊົນ. ພ້ອມທັງ, ກຳນົດແຈ້ງບັນດາເນື້ອໃນ, ໜ້າທີ່, ຂັ້ນຕອນ ແລະ ໄລຍະເວລາປະຕິບັດ ເພື່ອໃຫ້ບັນດາອົງການກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນເປັນເຈົ້າການສົມທົບກັນ, ຜັນຂະຫຍາຍການປະຕິບັດຢ່າງຄົບຊຸດ; ລະດົມກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ ເພື່ອປະຕິບັດໜ້າທີ່ພັດທະນາເສດຖະກິດຕິດພັນກັບການຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອແນໃສ່ພັດທະນາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງໃນໄລຍະໃໝ່.