ຍູ້ແຮງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ
ບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”
(vovworld) – ຕອນເຊົ້າວັນທີ 27/12 ຢູ່ ຮ່າໂນ້ຍ, ຄະນະພັກກຸ່ມວິສາຫະກິດສູນກາງໄດ້ຈັດຕັ້ງກອງປະຊຸມຍູ້ແຮງການປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ໄລຍະປີ 2016 – 2020. ຜ່ານ 7 ປີແຫ່ງການຜັນຂະຫຍາຍ, 35 ຄະນະພັກຂຶ້ນກັບກຸ່ມວິສາຫະກິດສູນກາງໄດ້ປະຕິບັດບັ້ນຂົນຂວາຍ, ສ້າງກຳລັງໜູນຢ່າງແຮງສຳລັບບັນດາວິສາຫະກິດ ແລະ ຊາວຜູ້ອອກແຮງງານໃນການປ່ຽນແປງຄວາມຊິນເຄີຍຊື້ເຄື່ອງຂອງຕາມທິດນັບມື້ນັບມີຄວາມສົນໃຈໃນການເລືອກເຟັ້ນສິນຄ້າ, ການບໍລິການຜະລິດພາຍໃນປະເທດ. ທີ່ກອງປະຊຸມ, ຜູ້ແທນບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ທະນາຄານໄດ້ສະເໜີຫລາຍມາດຕະການ ເພື່ອປະຕິບັດບັ້ນຂົນຂວາຍໃຫ້ນັບມື້ນັບມີປະສິດທິຜົນ. ບັນດາຜູ້ແທນກໍ່ສະເໜີຕໍ່ສູນກາງ ແລະ ບັນດາກະຊວງ, ຂະແໜງການແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃຫ້ນັບມື້ນັບດີກ່ວາ. ກ່າວຄຳເຫັນທີ່ກອງປະຊຸມທ່ານ ຫງວຽນທ້ຽນເຍີນ ປະທານແນວໂຮມປະເທດຊາດຫວຽດນາມ ສະເໜີອົງຄະນະພັກກຸ່ມວິສາຫະກິດສູນກາງກວດການະໂຍບາຍ, ສົ່ງເສີມພັດທະນາການຜະລິດພາຍໃນປະເທດ; ເລືອກເຟັ້ນປະເພດສິນຄ້າຢ່າງລະອຽດ ເພື່ອຄົ້ນຄວ້າຂາຍບຸບລາຄາ. ພ້ອມທັງ ສືບຕໍ່ປະຕິບັດວຽກງານໂຄສະນາ, ຂົນຂວາຍໃຫ້ດີ, ປຸກລະດົມການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາວິສາຫະກິດ, ທະນາຄານ, ຕັ້ງໜ້າລົງທຶນ, ປັບປຸງເຕັກໂນໂລຢີ, ລໍ້ເລື່ອນໃນການຜະລິດ, ຍົກສູງຄຸນນະພາບ, ຫລຸດລາຄາ ແລະ ສ້າງເຄື່ອງໝາຍການຄ້າແຫ່ງຊາດໃຫ້ບັນດາຜະລິດຕະພັນ.