ຍູ້ແຮງການພົວພັນມິດຕະພາບ,
ຮ່ວມມືລະຫວ່າງກຳມະບານຫວຽດນາມ-ຍີ່ປຸ່ນ
(ພາບ: dangcongsan.vn)
(vovworld) - ຄະນະຜູ້ແທນຂັ້ນສູງອົງການກຳມະບານຍີ່ປຸ່ນ ໂດຍທ່ານຮອງເລຂາທິການໃຫຍ່ Michiyo Nambu ນຳໜ້າໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 30/06 – 04/07, ຕອນບ່າຍວັນທີ 01/07, ຢູ່ຮ່າໂນ້ຍ, ຄະນະຜູ້ແທນໄດ້ມີການເຈລະຈາກັບຄະນະຜູ້ແທນສະຫະພັນໃຫຍ່ແຮງງານຫວຽດນາມ ໂດຍທ່ານຮອງປະທານຜູ້ປະຈຳການ ເຈີນແທງຫາຍ ນຳໜ້າ. ທີ່ການເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບ ແລະ ແບ່ງປັນບັນດາຜົນງານທີ່ບັນລຸໄດ້ໃນວຽກງານກຳມະບານຂອງແຕ່ລະປະເທດໃນໄລຍະຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ເພີ່ມທະວີ ແລະ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງອົງການກຳມະບານຂອງ 2 ປະເທດກວ່າອີກ. ທ່ານ ເຈີນແທງຫາຍ ຢືນຢັນວ່າ, ສະຫະພັນໃຫຍ່ແຮງງານຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເຫັນດີ, ການສະໜັບສະໜູນ ແລະ ແບ່ງປັນບົດຮຽນຂອງອົງການກຳມະບານຍີ່ປຸ່ນ ໃນຄວາມມານະພະຍາຍາມກໍ່ສ້າງຂະບວນການກຳມະບານຢ່າງແຮງຢູ່ຫວຽດນາມ. ທ່ານ Michiyo Nambu ເຊື່ອໝັ້ນວ່າ, ການຢ້ຽມຢາມຂອງຄະນະຢູ່ຫວຽດນາມ ຈະປະກອບສ່ວນເພີ່ມທະວີ, ຊຸກຍູ້ການພົວພັນຮ່ວມມືທີ່ສະໜິດແໜ້ນ, ດີງາມລະຫວ່າງ 2 ຝ່າຍ. ໃນໄລຍະຈະມາເຖິງ, ກຳມະບານບັນດາແຂວງ, ນະຄອນຂອງ 2 ປະເທດ ຈະເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື, ສ້າງການພົວພັນໃຫ້ດີງາມກວ່າອີກ.