ຍູ້ແຮງການສົ່ງອອກຄົນງານ,ສອນວິຊາຊີບເຂດໄຕບັກ

ຍູ້ແຮງການສົ່ງອອກຄົນງານ,ສອນວິຊາຊີບເຂດໄຕບັກ - ảnh 1
ກອງ​ປະ​ຊຸມຈັດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 19/1
(ພາບ: baolaocai.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 19/1, ຢູ່​ແຂວງ ລາວ​ກາຍ, ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ (ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ) ແລະ ກ​ະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ສະ​ພາບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສົ່ງ​ອອກ​ຄົນ​ງານ, ສອນ​ວິ​ຊາ​ຊີບ ແລະ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ບັນ​ດາ​ເມືອງ​ທຸກ​ຍາກ. ບົດ​ລາຍ​ງານ​ທີ່ກອງ​ປະ​ຊຸມ ໃຫ້​ຮູ້​ວ່າ: ປີ 2014, ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ເຂດ ໄຕ​ບັກ ໄດ​້​ຮັບ​ສະ​ໝັ​ກ​, ສອນ​ວິ​ຊາ​ຊີບ​ໃຫ້​​ຄົນ​ງານກ່​ວາ 240.000 ຄົນ, ປະ​ກອບ​ສ່ວນ​ຫລຸດ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ເຂດ​ຮອດ​ທ້າຍ​ປີ 2014 ລົງ​ເຫຼືອ​ພຽງ 18,5% (ຫລຸດ​ຜ່ອນ 3% ເມື່ອ​ທ​ຽບ​ໃສ່​ປີ 2013).

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸ​ມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ ໄຕ​ບັກ, ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ສືບ​ຕໍ່​ສົມ​ທົບ​ບັນ​ດາ​ນະ​ໂຍ​ບາຍ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ, ປ່ຽນ​ໃໝ່​ວິ​ທີ​ສອນ​ວິ​ຊາ​ຊີບ​ໃຫ້​ເຂດ​ພູ​ສູງ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.

ໃນ​ການ​ປະ​ຕິ​ບັດ​ງານ​ຢູ່​ແຂວງ ລາວ​ກາຍ, ຕອນ​ບ່າຍ​ວັນ​ທີ 19/1, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ບັນ​ດ​ຄອ​ບ​ຄົວ​ນະ​ໂຍ​ບາຍ​ຢູ່​ນະ​ຄອນ ລາວ​ກາຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຟັງ​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພັກ ແລະ ລັດ ສຳ​ລັບ​ບັນ​ດາ​ຄອບ​ຄົວ​ທີ່​ມີ​ຄຸ​ນ​ງາ​ມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອວຍ​ພອນ​ໃຫ້​ບັນ​ດາ​ຄອບ​ຄົວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີມະ​ແມ 2015 ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ​ຄວາມ​ຜາ​ສ​ຸກ.

 


ຂ່າວ/ບົດ​ອື່ນ