ຍູ້ແຮງການຮ່ວມມືຊອກຫາອັດຖິທະຫານຖືກຫາຍສາຍສູນໃນປາງ ສົງຄາມ

ຍູ້ແຮງການຮ່ວມມືຊອກຫາອັດຖິທະຫານຖືກຫາຍສາຍສູນໃນປາງ ສົງຄາມ - ảnh 1
ການມອບອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ
(ພາບ: Văn Sơn/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 20/5, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ໂທ​ ຫງວຽນ​ຈີ໋ຫວີ້​ງ, ຮອງ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ W.M. Winfield, ຮອງຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາສະ​ເລີຍ​ເສິກ​ຜູ້​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ POW/MIA ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ ພົນ​ໂທ ຫງວຽນ​ຈີ໋ຫວີ້​ງ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ W.M. Winfield ຈະ​ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຊອກ​ຫາ​ອັດຖິ​ທະຫານ​ຂອງ 2 ປະ​ເທດ​ທີ່​ຫາຍ​ສາບ​ສູນ​ໃນປາງ​ສົງ​ຄາ​ມ, ສືບ​ຕໍ່​ບັນລຸ​ຫຼາຍ​ໝາກຜົນ​ດີງາມກ່ວາ​ອີກ. ທ່ານ​ພົນ​ໂທ​ ຫງວຽນ​ຈີ໋ຫວີ້​ງ ກໍ່​ສະ​ເໜີ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ​ແລະ ທ່ານ W.M. Winfield ສືບ​ຕໍ່​ຄົ້ນ​ຄ້ວາ, ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມຍູ້​ໄວ​ການ​ເຄື່ອນ​ໄຫວ​ຊອກ​ຫາ​ອັດຖິ​ທະຫານ​ຂອງ 2 ປະ​ເທ​ດທີ່​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ກໍ່​ຄື​ພ້ອມ​ກັບ ຫວຽດນາມ​ແກ້​ໄຂ​​​ບັນດາ​ບັນຫາ​​ໂດຍ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ກໍ່​ຂຶ້ນ​ຄື: ​ເກັບ​ກູ້​ລະ​ເບີດຍັງ​ບໍ່​ທັນ​ແຕກ, ​ກຳຈັດທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊິນ ຢູ່ ຫວຽດນາມ ​ແລະ ໜູນ​ຊ່ວຍ​ມະນຸດສະທຳ.

 

 

ຂ່າວ/ບົດ​ອື່ນ