ຍູ້ແຮງການຮ່ວມມືດ້ານເຕັກໂນໂລຢີສູງລະຫວ່າງຫວຽດນາມ - ອິດສະຣາແອນ
ທ່ານປະທານປະເທດ ເຈິ່ນດ້າຍກວາງ
ໃຫ້ການຕ້ອນຮັບທ່ານ Yitzhak Aharonovitch
(vovworld) - ຕອນເຊົ້າວັນທີ 21/2, ຢູ່ສຳນັກງານປະທານປະທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Yitzhak Aharonovitch, ປະທານກຸ່ມບໍລິສັດ IMI Systems Ltd, ຂອງ ອິດສະຣາແອນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຫວັງວ່າໄລຍະຈະມາເຖິງ, ທ່ານ Yitzhak Aharonovitch ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດໃຫ້ກ້າວເຂົ້າສູ່ລວງເລິກ, ພ້ອມທັງຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນ ສັນຍາສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ໃນນັ້ນ ມີ ອິດສະຣາແອນ ເຄື່ອນໄຫວຢູ່ ຫວຽດນາມ, ພ້ອມທັງຕີລາຄາສູງເຕັກໂນໂລຢີປ້ອງກັນຊາດຂອງ ອິດສະຣາແອນ ແລະ ສະເໜີສອງຝ່າຍຮ່ວມມືຕາມທິດຖ່າຍທອດເຕັກໂນໂລຢີສູງ; ຮ່ວມມືຄົ້ນຄ້ວາ ແລະ ພັດທະນາ. ສ່ວນທ່ານ Yitzhak Aharonovitch ກໍ່ສະແດງຄວາມປາຖະໜາຢາກເປີດກວ້າງການຮ່ວມມືກັບ ຫວຽດນາມໃນຂົງເຂດເຊິ່ງກຸ່ມບໍລິສັດມີທ່າແຮງເຊັ່ນ: ການຮັບປະກັນຄວາມປອດໄພຢູ່ສະໜາມບິນ, ການຕ້ານກໍ່ການຮ້າຍ ແລະ ການສຶກສາບຳລຸງສ້າງ. ນອກນັ້ນທ່ານຍັງຢືນຢັນວ່າ, ລັດຖະບານ ອິດສະຣາແອນ ແລະ ກຸ່ມບໍລິສັດ IMI ຍາມໃດກໍ່ປາຖະໜາຢາກຮ່ວມມືກັບ ຫວຽດນາມ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງກວ່າອີກ.