(vovworld)- ຄະນະປະຕິບັດງານຂອງບໍລິສັດໃຫຍ່ການຄ້າຮ່າໂນ້ຍ ( Hapro ) ຫາກໍ່ມີການໄປປະຕິບັດງານເພື່ອສຳຫຼວດ ແລະ ພົບປະກັບບັນດາຄູ່ຮ່ວມມືດຳເນີນທຸລະກິດນິວຊີແລນຢູ່ນະຄອນຫຼວງ ແວວລິງຕັນ. ທີ່ສຳນັກງານທູດການຄ້າ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ຫງວຽນຫວຽດຢຸງ ເອກອັກຄະລັດຖະທູດຫວຽດນາມປະຈຳນິວຊີແລນ, ທ່ານ ຫງວຽນຫິວທັ໋ງ ປະທານສະພາສະມາຊິກບໍລິສັດໃຫຍ່ Hapro ແລະ ທ່ານ Adam Martin, ປະທານສູນການຄ້ານິວຊີແລນ ( NZTC ) ໄດ້ເຊັນຂໍ້ຕົກລົງການຮ່ວມມືຍຸດທະສາດໃນການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການສຳຜັດກັບຕະຫຼາດ, ຊອກຫາແຫຼ່ງສະໜອງບັນດາຜະລິດຕະພັນ, ການບໍລິການ ແລະ ການເຄື່ອນໄຫວທີ່ກ່ຽວຂ້ອງ, ກ້າວໄປເຖິງການຜັນຂະຫຍາຍຮູບແບບສູນຄ້າຂາຍສິນຄ້ານິວຊີແລນຢູ່ຫວຽດນາມ ກໍ່ຄື ການຮ່ວມມືໃນການເປີດສູນແນະນຳສິນຄ້າຫວຽດນາມຢູ່ ອົກແລນ ປະເທດນິວຊີແລນ. ໃນຂະນະທີ່ປະຕິບັດງານຢູ່ນິວຊີແລນ, ຄະນະປະຕິບັດງານ Hapro ໄດ້ມີການພົບປະກັບບາງວິສາຫະກິດສົ່ງອອກ-ນຳເຂົ້າຢູ່ນິວຊີແລນ ເພື່ອແນໃສ່ສົ່ງເສີມການຈຳໜ່າຍປະເພດສິນຄ້າຜະລິດຕະພັນກະເສດທີ່ເປັນວັດຖຸດິບຜະລິດເປັນສິນຄ້າບໍລິໂພກ ແລະ ສົ່ງອອກຢູ່ນິວຊີແລນ, ພ້ອມທັງຂຸດຄົ້ນບັນດາປະເພດສິນຄ້າສົ່ງອອກທີ່ມີທ່າແຮງຂອງນິວຊີແລນໃຫ້ແກ່ລະບົບຮ້ານຊັບພະສິນຄ້າ ແລະ ຮ້ານຄ້າຂອງ Hapro.