ພາບປະກອບ:internet
|
(vovworld)- ປີ 2015, ຫວຽດນາມ ໄດ້ສົ່ງຄົນງານກວ່າ 27.000 ຄົນໄປເຮັດວຽກຢູ່ ຍີ່ປຸ່ນ, ເພີ່ມຂຶ້ນ 136,6% ເມື່ອທຽບໃສ່ປີ 2014. ວຽກງານສົ່ງຄົນງານໄປເຮັດວຽກຢູ່ ຍີ່ປຸ່ນ ໃນປີຜ່ານມາ ໂດຍກະຊວງແຮງທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ປະຕິບັດ ດ້ວຍຫລາຍມາດຕະການ, ເພື່ອພັດທະນາ ແລະ ຮັກສາຕະຫລາດເປັນປົກກະຕິ. ນອກນັ້ນ ກະຊວງດັ່ງກ່າວກໍໄດ້ສົມທົບກັບບັນດາຫົວຫນ່ວຍກ່ຽວຂ້ອງ ຈັດຕັ້ງການລົງນາມໃນບັນດາຂໍ້ຕົກລົງກັບຝ່າຍ ຍີ່ປຸ່ນໄດ້ປະກອບສ່ວນຢ່າງຕັ້ງຫນ້າໃນການຊຸກຍູ້ສົ່ງງານໄປເຮັດວຽກຢູ່ຍີ່ປຸ່ນ. ມາຮອດປະຈຸບັນ ຫວຽດນາມ ສົ່ງຄົນງານໄປເຮັດວຽກຢູ່ ຍີ່ປຸ່ນ ໄດ້ 100.000 ຄົນ.