ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ,ຄຸນສົມບັດປະທານໂຮ່ຈິມີນ

ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ,ຄຸນສົມບັດປະທານໂຮ່ຈິມີນ - ảnh 1
ໝູ່​ຄະ​ນະ,ສ່ວນ​ບຸກ​ຄົນ​ຮັບ​ໃບ​ຍ້ອງ​ຍ​ໍ​ຍ້ອນ​ມີ​ຜົນ​ງານ​ດີ​ໃນ​ການ​ປະ​ຕິ​ບັດ
ຕາມ​​ແນວ​ຄິດຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ
ພາບ:TTXVN

(vovworld)- ວັນ​ທີ 15/5, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເຊັນ​ປະ​ກາດ​ໃຊ​້​ຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ປະ​ທານ​ໂຮ່​ຈິ​ມີນ. ຄ​ຳ​ສັ່ງ​ໄດ້​ຮຽກ​ຮ້ອງ ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ, ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ການ​ເມືອງ​ສັງ​ຄົມ​ທຸກ​ຂັ້ນ​ຊາບ​ຊືມ ແລະ ປະ​ຕິ​ບັດ​ວຽກ​ງານຍູ້​ແຮງການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ຄຸນ​ສົມ​ບັດ​, ​ປະ​ທາ​ນ​ໂຮ່​ຈິ​ມີ​ເປັນ​ຢ່າງ​ດີ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ໃນ​ພັກ, ລະ​ບົບ​ການ​ເມືອງ ແລະ ປະ​ຊາ​ຊົນ, ຫັນການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ​, ຄຸນ​ສົມ​ບັດ ​ປະ​ທານ​ໂຮ່​ຈິ​ມີນ ກາຍ​ເປັນ​ວຽກ​ງານ​ຕື່ນ​ຕົວ, ເປັນ​ປະ​ຈຳ​ຂອງ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອົງ​ການ​ຈັດ​ຕັ້ງ​ພັກ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ອົງ​ການ​ການ​ເມືອງ ສັງ​ຄົມ​ທຸກ​ຂັ້ນ, ຂອງ​ແຕ​່​ລະ​ທ້ອງ​ຖິ່ນ, ອົງ​ການ, ຫົວ​ຫນ່ວຍ. ກ່ອ​ນ​ອື່ນ​ໝົດ​ແມ່ນ​ຫົວ​ຫນ້າ​, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ, ສະ​ມາ​ຊິກ​ຄະ​ນະ​ຊາ​ວ​ຫນຸ່ມ.

ເນື່ອງ​ໃນ​ໂອ​ກາດນີ້, ຫນັງ​ສື​ພິມ​ປະ​ຊາ​ຊົນ ມີ​ບົດ​ນຳ​ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົ​ມ​ບັດ ປະ​ທານ​ໂຮ່​ຈິ​ມີນ, ຄຳ​ສັ່ງ​ຈາກດວງ​ໃຈ​ຂອງ​ແຕ່​ລະ​ຄົນ”. ບົດ​ນຳ​ຖື​ວ່າ​ເ ເລື່ອງ​ກ​ົມ​ການ​ເມືອງ​ປະ​ກາດ​ໃຊ້​ຄຳ​ສັ່ງ​ເລກ 05 ອີກ​ຄັ້ງ​ຫນຶ່ງຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ ແລະ ຄຸນ​ຄ່າ​ອັນ​ໃຫຍ່​ຫລວງ​ຂອງ​ແນວ​ຄິດ, ຄຸນ​ສົມ​ບັດ ​ປະ​ທານ​ໂຮ່​ຈິ​ມີ​ນ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ