(vovworld) - ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍໂຄງການປະຕິບັດງານປີ 2014 ຂອງອົງການກວດສອບບັນຊີແຫ່ງລັດ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 22/01, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ອົງການກວດສອບບັນຊີແຫ່ງລັດ ຄວນຍູ້ແຮງວຽກງານກວດສອບບັນຊີການຜັນຂະຫຍາຍ ແລະ ໝາກຜົນແຫ່ງການປະຕິບັດສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ກວດສອບບັນຊີການລົງທຶນພາກລັດ, ບັນດາກິດຈະກຳ, ໂຄງການນຳໃຊ້ແຫຼ່ງທຶນຈາກພັນທະບັດລັດຖະບານ; ກວດສອບບັນຊີບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງລັດ, ທະນາຄານການຄ້າໃຫຍ່ຂອງລັດ, ພິເສດແມ່ນວິວັດການສ້າງໂຄງປະກອບວິສາຫະກິດແຫ່ງລັດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕຕາມທິດຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດແກ່ງແຍ່ງ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເອົາໃຈໃສ່ວ່າ ອົງການກວດສອບບັນຊີແຫ່ງລັດຜັນຂະຫຍາຍບັນດາຂໍ້ກຳນົດກ່ຽວກັບຂະແໜງໃນລັດຖະທຳມະນູນ, ສຸມໃສ່ປັບປຸງກົດໝາຍວ່າດ້ວຍກວດສອບບັນຊີແຫ່ງລັດ ຢ່າງຮອບດ້ານ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ໃຫ້ຖືກກັບເວລາ. ຍາມໃດການເຄື່ອນໄຫວຂອງອົງການກວດສອບບັນຊີແຫ່ງລັດ ກໍ່ຕ້ອງຕິດຕາມໂຄງການຕິດແທດກັບກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຕິດແທດກັບການຄຸ້ມຄອງ, ບໍລິຫານຂອງລັດຖະບານ, ເລືອກເຟັ້ນຈຸດສຸມກວດສອບບັນຊີ, ປະຕິບັດການປະຕິຮຸບ ແລະ ປ່ຽນໃໝ່ວິທີການສ້າງແຜນການ, ວິທີການກວດສອບບັນຊີ ແລະ ຫຼຸດຜ່ອນເວລາກວດສອບບັນຊີ.