ຍູ້ໄວຄວາມຄືບໜ້າໂຄງການເສັ້ນທາງຄວາມໄວສູງ ຈູງເລືອງ - ໝີທ້ວນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມສຳຄັນພິເສດຂອງເສັ້ນທາງຄວາມໄວສູງນີ້ ສຳລັບການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ທົ່ວປະເທດ
ຍູ້ໄວຄວາມຄືບໜ້າໂຄງການເສັ້ນທາງຄວາມໄວສູງ ຈູງເລືອງ - ໝີທ້ວນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 

  ຕອນເຊົ້າວັນທີ 20 ກຸມພາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ຄະນະປະຈຳລັດຖະບານໄດ້ຈັດກອງປະຊຸມກ່ຽວກັບບັນດາມາດຕະການຍູ້ໄວຄວາມຄືບໜ້າຜັນຂະຫຍາຍໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ຈູງເລືອງ - ໝີທ້ວນ. ນີ້ແມ່ນໂຄງການມີບົດບາດສຳຄັນພິເສດທີ່ເຊື່ອມຈອດລະຫວ່າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກັບນະຄອນ ໂຮ່ຈີມິນ ແລະ ເຂດເສດຖະກິດຈຸດສຸມພາກໃຕ້, ເຊິ່ງປະຊາຊົນພວມລໍຄອຍ.

        ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມສຳຄັນພິເສດຂອງເສັ້ນທາງຄວາມໄວສູງນີ້ ສຳລັບການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ທົ່ວປະເທດ; ຕີລາຄາສູງເລື່ອງບັນດາກະຊວງ, ທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ, ສະເໜີບັນດາວິທີການແກ້ໄຂທີ່ດີ, ສິ່ງທີ່ຄ້າງຄາສຳລັບໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ