ດຶງດູດວິສາຫະກິດຍີ່ປຸ່ນລົງທຶນເຂົ້າຫວຽດນາມ
ກອງປະຊຸມດຶງດູດການເຂົ້າຮ່ວມຂອງວິສາຫະກິດ ຍີ່ປຸ່ນ ແລະ ວິສາຫະກິດ ຫວຽດນາມ ເປັນຈຳນວນຫຼວງຫຼາຍ
(ພາບ: vov.vn)
(vovworld) – ກອງປະຊຸມສຳມະນາ “M&A ຢູ່ຫວຽດນາມ: ກຳລັງດຶງດູດຈາກຕະຫຼາດຍີ່ປຸ່ນ” ໄດ້ຮັບການຈັດຕັ້ງໃນວັນທີ 12/11 ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ດ້ວຍຈຸດປະສົງຊຸກຍູ້ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ ພາຍໃຕ້ຮູບການປະກອບເງິນລົງທຶນ (M&A ) ເຂົ້າບັນດາວິສາຫະກິດ ຫວຽດນາມ ທີ່ມີຄວາມສາມາດບົ່ມຊ້ອນ.
ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ດ່ວານຊວນຮຶງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ. ປະຈຸບັນ, ສະພາບແວດລ້ອມແຫ່ງການຮ່ວມມືເສດຖະກິດ ຫວຽດນາມ - ຍີ່ປຸ່ນ ສະດວກທີ່ສຸດເມື່ອບັນດາວິສາຫະກິດ ຍີ່ປຸ່ນ, ພິເສດແມ່ນບັນດາບໍລິສັດຂະໜາດກາງ ແລະ ນ້ອຍ, ເອົາໃຈໃສ່ເຖິງການລົງທຶນເຂົ້າ ຫວຽດນາມ ທີ່ສຸດໃນຂະນະນັ້ນລັດຖະບານ ຫວຽດນາມ ໄດ້ປະກາດຍຸດທະສາດຫັນເປັນອຸດສາຫະກຳດ້ວຍ 6 ຂົງເຂດບຸລິມະສິດທີ່ມີການເຂົ້າຮ່ວມຂອງ ຍີ່ປຸ່ນ.
ທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາເຊິ່ງແມ່ນແຂກຖືກເຊີນ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ແບ່ງປັນບົດຮຽນໃນການເຄື່ອນໄຫວດຳເນີນທຸລະກິດກໍ່ຄືການເລືອກເຟັ້ນຄູ່ຮ່ວມມື.