ດິນເຊາະເຈື່ອນຢູ່ອາບການິສະຖານເຮັດໃຫ້50ກວ່າຄົນເສຍຊີວິດ
ເຫດດິນເຊາະເຈື່ອນຢູ່ ອາບການິດສະຖານ ເມື່ອເດືອນ 5/2014
(ພາບຈາກ Reuters)
|
(vovworld) - ເຫດດິນເຊາະເຈື່ອນຢ່າງຮ້າຍແຮງທີ່ຫາກໍ່ເກີດຂຶ້ນ ໃນຕອນເຊົ້າວັນທີ 28/4, ຢູ່ແຂວງ Badakhshan, ທາງທິດຕາເວັນອອກສ່ຽງເໜືອອາບການິສະຖານ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 52 ຄົນ. ອຳນາດການປົກຄອງແຂວງ Badakhshan ໃຫ້ຮູ້ວ່າ, ວຽກງານກູ້ໄພກູ້ຊີບປະສົບກັບຄວາມຫຍຸ້ງຍາກຫຼາຍ ຍ້ອນຖືກຫິມະປົກຄຸມ, ດັ່ງນັ້ນພຽງແຕ່ຜັນຂະຫຍາຍວຽກງານກູ້ໄພກູ້ຊີບດ້ວຍເຮືອບິນເອລີກອບແຕເທົ່ານັ້ນ. Badakhshan ແມ່ນໜຶ່ງໃນບັນດາແຂວງທຸກຍາກກວ່າໝູ່ຢູ່ອາບການິສະຖານ, ເຂດດັ່ງກ່າວເຄີຍເກີດເຫດດິນເຊາະເຈື່ອນໃນລະດູບານໃໝ່ດ ເມື່ອຫິມະເລີ່ມທະລາຍໄປ.