ພາບປະກອບ
|
(vovworld) - ດ່ານັ້ງມອບຂອງຂວັນ 1000 ພູດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ນີ້ແມ່ນຂອງຂວັນເຊິ່ງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຈະມອບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນໃນໂອກາດບຸນປີໃໝ່, ປີມະແມ. ໃນນັ້ນ, 200 ພູດຖືກມອບໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຕາແສງຮ່ວາເຍີນ, ເມືອງຮ່ວາວາງ. ແຕ່ລະພູດມີມູນຄ່າ 300.000 ດົ່ງ. ປ້າຫງວຽນທິຫ່ຽນ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນດ່ານັ້ງ, ໃຫ້ຮູ້ວ່າ:
“ນັບແຕ່ນີ້ເຖິງບຸນປີໃໝ່ປະຈຳຊາດ, ພວກຂ້າພະເຈົ້າສືບຕໍມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ 5000 ກວ່າພູດອີກ. ຫວັງວ່າ, ບັນດາຜູ້ໃຈບຸນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະພ້ອມກັນແບ່ງປັນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມອົບອຸ່ນ, ປະກອບສ່ວນປຸກລະດົມກຳລັງໃຈໃຫ້ແກ່ເຂົາເຈົ້າຫຼາຍກວ່າອີກ“